ໂຄງການ Management Trainee ແມ່ນຫຍັງ?
ຜູ້ຂຽນເຊື່ອວ່າ ທ່ານຜູ້ອ່ານອາດຈະຜ່ານຕາຜ່ານຫູມາແລ້ວເນາະ ກັບຕໍ່າແຫນ່ງ Management Trainee ຫຼື Graduate Program, Talent Program. ຖ້າຫຍັງບໍ່ເຄີຍໄດ້ຍິນ ຫລື ໄດ້ຍິນມາແຕ່ບໍແນ່ໃຈວ່າມັນແມ່ນຫຍັງແທ້. ຜູ້ຂຽນຂໍອານຸຍາດແບ່ງປັນກ່ຽວກັບຕໍ່າແຫນ່ງງານນີ້ ຈາກປະສົບການຕົວຈິງຫລາຍເນາະ :)
ຍ້ອນກັບໄປ 2018, ຜູ້ຂຽນກະຍັງບໍຮູ້ວ່າໂຄງການນີ້ແມ່ນໂຄງການຫຍັງແທ້? ແຕ່ມີຄວາມສົນໃຈເພາະວ່າເຫັນຢູ່ໂພສໂຄສະນາຮັບສະຫມັກ ປະມານວ່າຈະໄດ້ເຮັດວຽກຢູ່ຫລາຍຝ່າຍ ເຊິ່ງເພີ່ນບໍ່ຕ້ອງການຄົນທີ່ມີປະສົບການເຮັດວຽກຫລາຍປານໃດ. ໃນໃຈຄິດວ່າ, ຖ້າສະຫນັກຕໍ່າແຫນ່ງນີ້ແມ່ນຈະໄດ້ເງິນເດືອນບໍນໍ ຫລື ຖ້າເຮັດວຽກບໍໄດ້ເງິນ ຈະຕ້ອງເຮັດໄປຈັກປີ? ຖ້າຢູ່ໃນໂຄງການເຮົາຈະໄດ້ເຮັດຫຍັງແນ່? ໆລໆ
ມື້ນີ້ຈະມາໄຂຄວາມກະຈາຍແຈ້ງໃຫ້ຟັງວ່າ Management Trainee ເປັນແນວໃດ?
ເລີ່ມຈາກຄວາມຫມາຍຂອງ Management Trainee ກ່ອນເນາະ. ອີງຕາມ Collins Dictionary, management trainee ແມ່ນໂຄງການທີ່ສ້າງພະນັກງານຜູ້ຫນຶ່ງໃຫ້ກາຍເປັນຜູ້ຈັດການໃນອານາຄົດ.
ອີກຄວາມໝາຍໜຶ່ງ, Management Trainee ແມ່ນໂຄງການທີ່ເປັນການຝຶກໂດຍຜ່ານການເຮັດວຽກຕົວຈິງໃນອົງກອນ (on the job training) ເພື່ອຝຶກທັກສະທີ່ຈຳເປັນໃຫ້ແກ່ນັກສຶກສາຈົບໃຫມ່ ທີ່ມີພອນສະຫວັນເພື່ອໃຫ້ກາຍເປັນພະນັກງານສືບທອດຂອງອົງການດັ່ງກ່າວ. ສຳລັບທັກສະທີ່ຖືກຝຶກຈະກ່ຽວຂ້ອງກັບ ການຂາຍ (Sales), ການຕະຫລາດ (Marketing), ການເງີນ(Finance), ແລະ ການໂຕ່ງໂສ່ອຸປະທານ (Supply Chain).
ໂຄງການ Management Trainee ມີຊື່ພາສາລາວວ່າ ໂຄງການຜູ້ສືບທອດ ເຊິ່ງເພີ່ນຈະມີຫລາຍໆຊື່ແຕ່ມີຄວາມຫມາຍຄືກັນເຊັ່ນວ່າ: Future Leaders Program, Graduate Program, Talent Program, etc…. (ຂໍອານຸຍາດໃຊ້ວ່າ ພະນັກງານຜູ້ສືບທອດເດີ)
ຜູ້ອ່ານອາດຈະຄິດວ່າມັນບໍແມ່ນອັນດຽວກັນກັບ Trainee ຫັນວ່າ ທີ່ວ່າຕ້ອງຝຶກກ່ອນເຮັດວຽກ. ບອກເລີຍວ່າຄວາມແຕກຕ່າງກັນຫລາຍ ທັງຫນ້າທີ່ ແລະ ເງື່ອນໄຂການສະຫນັກ. ມາໆມາເບິ່ງນໍາກັນເປັນຂໍ້ໆທາງລຸ່ມເລີຍວ່າຕ່າງແທ້ບໍ ???
- ເງື່ອນໄຂ ແລະ ຫນ້າທີ່ຂອງພະນັກງານສຶບທອດ Management Trainee (MT)
- ນັກສຶກສາຈົບໃຫມ່ທີ່ມີປະສົບການເຮັດວຽກ 0 ຫາ 2 ປີ ໃນສາຂາ ບໍລິຫານທຸລະກິດ, ເສດຖະສາດ, ການເງີນ, ການຕະຫລາດ ເປັນຕົ້ນ
- ມີພາວະຄວາມເປັນຜູ້ນຳ, ມີຄວາມຄິດສ້າງສັນ, ມີຄວາມສາມາດໃນສື່ສານ, ແລະ ມີທັກສະການແກ້ໄຂບັນຫາທີ່ດີ
- ສາມາດສື່ສານພາສາອັງກິດໃນລະດັບດີບໍ່ວ່າຈະເປັນການນຳສະເຫນີ, ການເວົ້າ, ແລະ ຂຽນ
- ພະນັກງານສືບທອດຈະຕ້ອງຝຶກໃນຝ່າຍທີ່ວາງໃຫ້ ເປັນໄລຍະ 2 ປີ
- ໄດ້ຮັບເງິນເດືອນເປັນຜົນຕອບແທນ (ສຳລັບໂຕເລກທີ່ໄດ້ຮັບແມ່ນອີງຕາມອົງກອນ)
- ມີອາຈານ ຫລື ເມັນເທີທີ່ມີປະສົບການແນະນຳ
- ຈະໄດ້ຮັບວຽກຕາມຄວາມສຳຄັນ ແລະ ດ່ວນຂອງຝ່າຍ ເຊິ່ງສ່ວນໃຫຍ່ຈະໄດ້ຮັບມອບຫມາຍໃນຖານະຜູ້ຊ່ວຍ, ຜູ້ນຳ, ຫລື ເຈົ້າຂອງໂຄງການ
- ຫນ້າວຽກແມ່ນຖືກມອບວຽກໃຫ້ຈະມີເປົ້າຫມາຍ ແລະ ໄລຍະເວລາທີ່ຊັດເຈນ
- ຫລັງຈາກຈົບໂຄງການ ພະນັກງານຈະໄດ້ຖືກມອບຫມາຍ ຫລື ຖືກບັນຈຸໃນສາຍງານທີ່ເຫມາະກັບຄວາມສາມາດຂອງຜູ້ກ່ຽວ
ຫມາຍເຫດ: ຫລາຍຄົນອາດຈະຖາມວ່າ ຈັງສັນຖ້າເປັນພະນັກງານສືບທອດ ແລ້ວເຮົາຂື້ນກັບຝ່າຍໃດກັນແທ້ ຄຳຕອບຄື ຝ່າຍບຸກຄະລາກອນ.
2. ເງື່ອນໄຂ ແລະ ຫນ້າທີ່ຂອງນັກສຶກສາຝຶກງານ
- ເປັນນັກສຶກສາປີທີ 3 ຫລື 4 ລະດັບປະລິຍາຕີ
- ເຂົ້າໄປຝຶກງານຕາມສາຍການຮຽນຂອງຕົນ ຕົວຢ່າງ ສາຂາຮຽນການຕະຫລາດ ແມ່ນຖືກມອບຫມາຍໃຫ້ຝຶກຢູ່ຝ່າຍການຕະຫລາດຂອງອົງກອນ
- ໄລຍະຂອງການຝຶກຢູ່ທີ່ປະມານ 1 ເດືອນ ຈົນຮອດ 3 ເດືອນຂື້ນໄປ
- ຈະໄດ້ຮັບວຽກທີ່ເປັນລັກສະນະຊ່ວຍຜູ້ຈັດການ ຫລື ພະແນກທີ່ລົງຝຶກງານ
- ອາດຈະໄດ້ຮັບຜົນຕອບແທນໃນລັກສະນະຂອງອາຫານທ່ຽງ, ຄ່ານໍ້າມັນລົດ, ແລະ ຜົນຕອບແທນຕ່າງໆ
ຈຸດປະສົງຂອງອົງກອນຕໍ່ກັບພະນັກງານສືບທອດເດເປັນແນວໃດ?ໃນມຸມສ່ວນຕົວເຫັນວ່າໂຄງການດັ່ງກ່າວສາມາດຊ່ວຍໃຫ້ອົງກອນສາມາດນຳໃຊ້ຄົນໃນເຫດການສຸກເສີນໄດ້ ເຊິ່ງເຫັນໄດ້ຈາກທີ່ທົ່ວໂລກປະສົບກັບວິກິດຍ້ອນໂຄວິດ19 ອົງກອນໄດ້ມີການປັບໂຕ ເຊິ່ງວິທີທີ່ໃຊ້ຫລັກໆແມ່ນຫລຸດຕົ້ນທຶນຂອງຄົນລົງ ແລະ ແນ່ນອນການຮັບຄົນນອກກໍ່ຈຳກັດຖ້າຫາກຕໍ່າແຫນ່ງນັ້ນສຳຄັນ ແລະ ຈຳເປັນ. ຜົນຂອງການໃຊ້ວິທີດັ່ງກ່າວແມ່ນຈະຕ້ອງໄດ້ຊັບຊ້ອນຄົນເຂົ້າເຮັດວຽກແທນເພື່ອໃຫ້ວຽກສາມາດດຳເນີນໄດ້. ຖ້າອົງກອນມີພະນັກງານສືບທອດກຽມພ້ອມ ອົງກອນສາມາດນຳໃຊ້ໄດ້ທັນເຫດການ.
ແລ້ວຈຸດດີຂອງການເປັນພະນັກງານສືບທອດມີຫຍັງແນ່? ທາງເຮົາໄດ້ຄັດເອົາຈຸດດີບາງຈຸດມາເລົ່າສູ່ຟັງ (ຂາຍຝັນໃຫ້ຟັງ)
- ເປັນທີ່ຮູ້ຈັກຂອງຄົນໃນອົງກອນ ນັບຕັ້ງແຕ່ອ້າຍເອື້ອຍພະນັກງານທົ່ວໄປ, ຜູ້ຈັດການ, ຜູ້ອຳນວຍການຝ່າຍ, ຈົນໄປຮອດ ປະທານ. ເພາະການໄປຝຶກ ຫລື ເຮັດວຽກໃນຝ່າຍໃດຝ່າຍຫນຶ່ງທີ່ຖືກມອບຫມາຍໂດຍຝ່າຍບຸກຄະລາກອນ.
- ປະສົບການເຮັດວຽກທີ່ແທ້ຈິງ ຈືີໄດ້ວ່າມີອາຈານທ່ານຫນຶ່ງທີ່ມີປະສົບການສອນມາວ່າ “ຖ້າເຮົາຢາກເປັນນັກການຕະຫລາດ ເຮົາຕ້ອງສວມວິນຍານວ່າເຮົາເປັນນັກການຕະຫລາດທີ່ເກັ່ງ ແລະ ພະຍາຍາມຄິດໃນມຸມຂອງນັກການຕະຫລາດ”. ສ່ວນຕົວຄິດວ່າໂຄງການພະນັກງານຜູ້ສຶບທອດບໍ່ໄດ້ໃຫ້ເຮົາມີແຕ່ສວມວິນຍານແລ້ວມະໂນ ແຕ່ໂຄງການອອກແບບໃຫ້ເຮົາໄປນັ່ງໃນພະແນກນັ້ນ ແລ້ວວຽກງານຕົວຈິງໄປນຳ.
- ໂບນັດຂອງການເປັນພະນັກງານສືບທອດແມ່ນໄດ້ຝຶກທັກສະທີ່ສຳຄັນຂອງສະຕະວັດນີ້ ໄດ້ແກ່: critical thinking, ທັກສະການແກ້ໄຂບັນຫາຢ່າງເປັນລະບົບ, ທັກສະແກ້ໄຂບັນຫາສະເພາະຫນ້າ, ທັກສະຄວາມອົດທົນ, ແລະ ທັກສະການສື່ສານລະຫວ່າງຄົນທີ່ມີຄວາມແຕກຕ່າງ ຕົວຢ່າງ: ຄົນທີ່ມີຄວາມຮູ້ທາງດ້ານການຂາຍສື່ສານກັບຄົນທີ່ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບການຜະລິດເປັນຕົ້ນ.
- ໂບນັດຂອງໂບນັດ ສຳລັບນັກສຶກສາຈົບໃຫມ່ທີ່ສົນກ່ຽວກັບທຸລະກິດ ທີ່ຍັງບໍຮູ້ວ່າຈະໄປສາຍໃດແທ້ ເພາະມັກ ແລະ ສົນໃຈທຸກຢ່າງໄປຫນົດ. ຖືວ່າເປັນໂອກາດທີ່ດີທີ່ຈະໄດ້ຄົ້ນຫາຕົນເອງ. ໂອກາດນີ້ເປັນໂອກາດທີ່ຈະໄດ້ລອງ ກ່ອນຈະໄດ້ປັກຫລັກກັບສາຍອາຊີບທີ່ເລືອກ. ຖ້າເວົ້າແບບໄວລຸ້ນແນ່ແມ່ນປະມານວ່າ ໄປລົງສະຫນາມສຳຫລວດຕົນເອງວ່າມັກ ແລະ ສົນໃຈຫຍັງກັນແທ້ຫັນລະ. ເພາະການທີ່ຈະປັກຫລັກໄປສາຍງານໃດຫນຶ່ງເຊິ່ງປັກຫລັກໂດຍທີ່ບໍ່ຫມັ້ນໃຈ ຖ້າເຮັດໄປປີສອງປີແລ້ວເຮົາຮູ້ວ່າບໍມັກ ແລະ ບໍມີຄວາມສຸກ. ການກັບໄປເລີ່ມໃຫມ່ອາດຈະຊ້າ ແລະ ເສຍເວລາກໍເປັນໄດ້. ຄືກັບຄຳເວົ້າທີ່ວ່າ: “Try Before You Buy”.
- ສຳລັບຄົນທີ່ຮູ້ວ່າຕົນເອງມັກຫຍັງ, ໂຄງການນີ້ກໍເປັນໂບນັດເຊັ່ນດຽວກັນເພາະວ່າ ຈະຊ່ວຍໃຫ້ຮູ້ວ່າ ນອກເຫນືອນຈາກສິ່ງທີ່ເຮົາມັກ ແລະ ເຮັດໄດ້ດີແລ້ວ ເຮົາສາມາດເຮັດຫຍັງໄດ້ແນ່ ຄືທີ່ເພີ່ນວ່າ: ພະຍາຍາມໃຫ້ມີທັກສະແນວນອນ ແລະ ແນວຕັ້ງ.
6. ສຸດທ້າຍເປັນທາງລັດໃນການທີ່ຈະສົບຜົນສຳເລັດໃນການເຮັດວຽກ ປະຕິເສດບໍ່ໄດ້ເລີຍວ່າໂຄງການສອນຫລາຍຢ່າງກ່ຽວກັບຄົນ ແລະ ການເຮັດວຽກທີ່ດີ. ເນື່ອງຈາກວ່າໂຄງການເປີດໂອກາດໃຫ້ໄປຫລາກຫລາຍຝ່າຍແລະພະແນກ. ແນ່ນອນຜົນພອຍໄດ້ກໍ່ແມ່ນການຮູ້ຈັກຄົນທີ່ເກັ່ງໆໃນສາຍງານນັ້ນແລະໄດ້ຮຽນຮູ້ນຳເຂົາເຈົ້າ. ສິ່ງທີ່ໄດ້ກໍຄື ການຮຽນຈາກຄົນທີ່ມີປະສົບການ ຈາກຫົວຫນ້າ. ຮຽນກ່ຽວກັບການບໍລິຫານທິມ, ການຕັ້ງຄຳຖາມເພື່ອໃຫ້ໄດ້ຫມາກຜົນ, ການຕັດສິນໃຈພາຍໃຕ້ການກົດດັນ. ແນ່ນອນວ່າສາມາດຮຽນນຳສິ່ງທີ່ຜິດພາດ ເຊັ່ນ: ການປະພືກໃນທາງທີ່ບໍສ້າງສັນ, ການຕັດສິນໃຈແນວໃດທີ່ກໍໃຫ້ມີບັນຫາ ເປັນຕົ້ນ.
ສຳລັບໃຜທີ່ສົນໃຈຕໍ່າແຫນ່ງນີ້ ບໍລິສັດ ຫລື ອົງການຢູ່ບ້ານເຮົາເລີ່ມເປີດຮັບເພື່ອນຮ່ວມງານ ສາມາດກວດເບິ່ງໄດ້ດັ່ງລຸ່ມນີ້:
Lao Brewery Company — Management Trainee
Prudential Life Insurance — Management Trainee
Uniliver Future Leaders Program (Wrap up video)
ປະເທດເພື່ອນບ້ານ:
ປະຕິເສດບໍ່ໄດ້ເລີຍວ່າ, ໂຄງການແບບນີ້ເປັນໂຄງການທີ່ເປີດໂອກາດໃຫ້ໄດ້ຮຽນຮູ້ກ່ຽວກັບທຸລະກິດ. ແຕ່ກໍມີຈຸດເສຍກໍ່ມີເຊັນກັນ ເຊິ່ງອາດຈະໄດ້ຮັບຜົນໃນໄລຍະການຝຶກ ແລະ ຜົນໄລຍະຍາວເຊັ່ນ:
- ເຮັດວຽກກັບຄວາມກົດດັນ, ທ້າທາຍ, ແລະ ຈ້ອງດຶງສັກກະຍະພາບ ແລະ ຄວາມອາດສາມາດອອກມາ: ເພາະວ່າພະນັກງານສືບທອດຈະຕ້ອງໄດ້ລົງຮຽນ ແລະ ເຮັດວຽກຕົວຈິງໄປນຳໃນໄລຍະເວລາທີ່ຖືກກຳນົດໄວ້ຊັດເຈນ. ເຊິ່ງຜົນງານຈະວັດຜົນເລີຍວ່າສາມາດຜ່ານເກນຫລືບໍຜ່ານເກນໃນພະແນກນັ້ນ. ຖ້າຫາກບໍຜ່ານ ຫລື ຜົນງານອອກມາບໍດີອາດຈະກະທົບຕໍ່ການເລືອກພະແນກບັນຈຸຫລັງຈາກໂຄງການຈົບ.
- ສັບສົນກັບການຄວາມສາມາດຂອງຕົນເອງ: ເນື່ອງຈາກວ່າພະນັກງານສືບທອດຕ້ອງໄດ້ຖືກຍ້າຍໄປຂະແຫນງຕ່າງໆເຊິ່ງແຕ່ລະຫນ້າວຽກທີ່ຖືກມອບຫມາຍແມ່ນຈະແຕກຕ່າງກັນ ແລະ ບາງວຽກຕ້ອງໄດ້ໃຊ້ທັດສະທີ່ກ່ຽວຂ້ອງກັບຂະແຫນງການນັ້ນ. ມັນຈະງ່າຍຫລາຍທີ່ຈະທໍ້ ຖ້າຫາກວ່າທັກສະດັ່ງກ່າວແມ່ນເຮົາບໍ່ຮູ້ເລີຍ. ງ່າຍທີ່ຈະສັບສົນ ແລະ ເສຍກຳລັງໃຈ ຖ້າຫາກຫນັກຫລາຍແມ່ນ ຈະຖາມຕົນເອງວ່າ ທັກສະໃດທີ່ເຮົາເຮັດໄດ້ດີ ແລະ ຖ້າຫາກຈົບໂຄງການຂ້ອຍ ແລະ ທັກສະທີ່ມີເຫມາະຢູ່ຂະແຫນງການໃດ.
- ເລີ່ມວຽກທີ່ເປັນສາຍຫລັກຊ້າກວ່າຄົນອື່ນ: ເພາະການທີ່ເປັນພະນັກງານສືບທອດໃຊ້ເວລາ 2 ປີ ຮຽນຮູ້ກ່ຽວກັບທຸລະກິດ ຖ້າໄລ່ບວກລົບຄູນຫານອາຍຸທີ່ເລີ່ມ ຈົນໂຄງການຈົບຈະເຫັນວ່າອາຍຸ 24 ຫາ 25 ປີ ຈຶ່ງໄດ້ເລີ່ມເຮັດວຽກໃນສາຍງານຫລັກທີ່ຕົນຈະໄປ. ເວົ້າອີກຢ່າງຫນຶ່ງຄືເລີ່ມຊ້າຈາກຄົນອື່ນໆ ທີ່ເຂົາເຈົ້າສະຫນັກໃນສາຍງານນັ້ນຫລັງຈາກຮຽນຈົບ.
- ການຖືກຕັດສິນດ້ວຍຄົນອື່ນ: ເນື່ອງຈາກໂຄງການ ຫລື ຕໍ່າແຫນ່ງນີ້ເປັນອັນໃຫມ່ຂອງບ້ານເຮົາ. ສະນັ້ນ, ຄວາມເຂົ້າໃຈໃນຕໍ່າແຫນ່ງນີ້ຂອງຄົນພາຍໃນອົງກອນ ຫລື ຄົນອ້ອມຂ້າງ ຍັງຫນ້ອຍຫລາຍ. ສຳລັບຄົນພາຍໃນຈະມີສອງແນວຄວາມຄິດທີ່ໄດ້ເຈີ: 1. ພະນັກງານສຶບທອດເຂົ້າມາຮຽນຮູ້ວຽກນຳເພາະມາຈັບຜິດ ຫລື ມາແທນທີ່ໃນຕໍ່າແຫນ່ງນັ້ນ. ຄວາມຄິດອັນທີ 2 ແມ່ນ ພະນັກງານສືບທອດແມ່ນນັກສຶກສາຝຶກງານທີ່ ມາຝຶກແລ້ວກໍໜີ. ສະນັ້ນ, ບໍຄວນລົງທຶນສອນ ຫລື ມອບວຽກໃຫ້ ເພາະຖ້າຈົບໂຄງການພວກເຂົາເຫລົ່ານີ້ກໍ່ບໍຢູ່ຕໍ່ເປັນຕົ້ນ. ສຳລັບຄົນພາຍນອກອາດຈະຕີລາຄາຕໍ່າແຫນ່ງນີ້ວ່າເປັນພະນັກງານຝຶກງານທົ່ວໄປ.
Bonus: ສຳລັບໃຜທີ່ຢາກຮູ້ຈຸດເສຍຕື່ມອີກ ສາມາດອ່ານຕື່ມຈາກອີກມຸມມອງຂອງພະນັກງານສືບທອດຄົນຫນຶ່ງທີ່ຢູ່ຕ່າງປະເທດໄດ້ https://www.linkedin.com/pulse/why-you-should-join-any-management-trainee-program-gwi-terk-chern/
ໃນຄວາມຄິດສ່ວນຕົວ ຖ້າຫາກເອົາຈຸດເສຍຂອງໂຄງການນັ້ນມາຊັງນໍໍ້າຫນັກກັບຈຸດດີ ຜົນຂອງມັນອາດຈະອອກມາດີຫລາຍ ເພາະວ່າໂຄງການນີ້ເຮັດໃຫ້ຜູ້ຂຽນເຂົ້າໃຈການເຮັດທຸລະກິດຕັ້ງແຕ່ຕົ້ນນໍ້າເຖິງປາຍນໍ້າໄດ້ເລີກເຊີງຂື້ນ. ມີໂອກາດເຫັນພາກສ່ວນຕ່າງໆຂອງການຜະລິດ, ການຕະຫລາດ, ການຂາຍ, ການເງິນ ຫລື ການຂົນສົ່ງໃນລະດັບທີ່ໃກ້ຊິດ ແລະ ຕິດພັນກັນຂະບວນການ. ນອກເຫນືອນຈາກການເຫັນແລ້ວ, ຍັງມີໂອກາດເຮັດວຽກຕົວຈິງເຊິ່ງຈະເປັນລັກສະນະພັດທະນາການດຳເນີນງານໃນຂະນະທີ່ລົງໄປແຕ່ລະຝ່າຍນຳອີກ.
ເວົ້າຕົງໄປຕົງມາເລີຍເນາະວ່າ ຖ້າຫາກຜູ້ອ່ານມີຄວາມສົນໃຈຢາກເກັ່ງ ແລະ ເດັ່ນໃນສາຍອາຊີບທີ່ແບບສະເພາະທາງ ຕົວຢ່າງ: ສາຍວິທະຍາສາດ, ນັກພັດທະນາໂປແກມ, ແລະອື່ນໆ ໂຄງການນີ້ບໍ່ເຫມາະກັບທ່ານແນ່ນອນ. ເພາະໂຄງການນີ້ເປັນໂຄງການສະເພາະສາຍອາຊີບທີ່ເປັນສາຍບໍລິຫານທົ່ວໄປ. ເຊິ່ງປະຕິເສດບໍ່ໄດ້ເລີຍວ່າຕ້ອງໄດ້ຮຽນຮູ້ຂອດງານຕ່າງຂອງທຸລະກິດຕັ້ງແຕ່ການຜະລິດ ຈົນໄປຮອດ ຮອດມືລູກຄ້າ.
ວັນທີ 1 ເດືອນ ພະຈິກ ເປັນມື້ຄົບຮອບ 2 ປີ ຂອງການເປັນພະນັກງານສຶບທອດໃນອົງກອນຂອງເອກະຊົນແຫ່ງຫນຶ່ງທີ່ສຳຄັນຂອງປະເທດ. ໃນໄວໆນີ້ ຜູ້ຂຽນຈະຈົບການເປັນພະນັກງານສືບທອດ ແລະ ໄດ້ຮັບຕໍ່າແຫນ່ງໃຫມ່ທີ່ທ້າທາຍ.
ສະຫລຸບລວມແລ້ວ ການເປັນພະນັກງານສືບທອດໃນໄລຍະ 2 ປີ ໄດ້ປ່ຽນຊິວິດ ແລະ ຄວາມຄິດຂອງຜູ້ຂຽນໃນທາງທີ່ດີ. ເປັນໄລຍະທີ່ ເຕີບໂຕຈາກນັກສຶກສາມະຫາໄລຄົນຫນຶ່ງທີ່ມີປະສົບການເຮັດວຽກບໍຫລາຍ ໃຫ້ກາຍເປັນຄົນຫນຶ່ງທີ່ເຂົ້າໃຈແກ່ນສຳຄັນຂອງທຸລະກິດ, ເປີດໂລກເປີດປະສົບການທີ່ເຮັດວຽກຫລາກຫລາຍ ແລະ ທ້າທາຍທີ່ບໍເຄີຍເຮັດມາກ່ອນ, ຮູ້ຈັກຈິດໃຈຂອງຄົນທັງມຸມຂອງເພື່ອນຮ່ວມງານ ຜູ້ສະຫນອງ ແລະ ລູກຄ້າ.
ທີ່ສຳຄັນ ຮູ້ຈັກຕົນເອງຫລາຍຂື້ນ ເພາະເປັນການລົງທຶນກັບຕົນເອງບໍ່ວ່າຈະເລື່ອງອ່ານປື້ມເພື່ອໃຫ້ເຮັດວຽກໃຫ້ມີປະສິດທິພາບ, ເພື່ອໃຫ້ພັດທະນາຕົນເອງໃນການຕະຫລາດ, ການຂາຍ, ແລະ ເລື່ອງຈິດຕະວິທະຍາທີ່ໃຊ້ໃນການເຂົ້າກັບຄົນ. ລົງທຶນໃນການຈິດໃຈທີ່ບໍສະຫງົບ, ແລະ ລົງທຶນໃນເວລາທີ່ຄວນຈະເປັນເວລາຫວ່າງ ແຕ່ບໍພັກເພື່ອໃຫ້ວຽກທີ່ໄດ້ຮັບມາສຳເລັດ.
ຍັງບໍຮູ້ເທື່ອວ່າການລົງທຶນເທື່ອນີ້ຈະໃຫ້ຫມາກຜົນແນວໃດ ແຕ່ທີ່ຫມັ້ນໃຈວ່າບໍເສຍໃຈແນ່ນອນກໍຄືວ່າ ຜູ້ຂຽນໄດ້ເຮັດເຕັມທີ່ກັບທຸກໆຫນ້າທີ່ໆໄດ້ຮັບມາ.
ຂອບໃຈທີ່ອ່ານຈົນຈົບ ❤❤
ບົດຄວາມຕໍ່ໄປອາດຈະມາຮິວິວວ່າທັກສະທີ່ໄດ້ຮຽນມາໄດ້ໃຊ້ແທ້ບໍ??