15/50 States & 21 Cities Review (2)

From the Atlantic Ocean to the Pacific Ocean

Nono Thipsavanh
8 min readAug 23, 2019

ພັກຫາຍໃຈກັນຈັກຫນ້ອຍເນາະ ຮູ້ສຶກວ່າ review (1) ຖືວ່າຈັດຫນັກຈັກເຕັມໃຫ້ເລີຍທີ່ດຽວ ນັກອ່ານທີ່ຫນ້າຮັກພ້ອມທີ່ explore ເມືອງທີ່ເຫລືອແລ້ວຫລືຍັງ?

ຖ້າພ້ອມແລ້ວ ມາເລີ່ມກັນເລີຍ!!!

10. Las Vegas, Nevada

Sin city ຫລື ເອີ້ນວ່າເມືອງບາບ ທີ່ເຕັມໄປດ້ວຍອາບາຍຍາມຸກ ເຕັມໄປໄດ້ເຄື່ອງຫລີ້ນໄພ່ ສ່ຽງໂຊກ ຕັ້ງແຕ່ຢູ່ສະຫມາມບິນ ຫາ ຍັງທາງເຂົ້າຫ້ອງນໍ້າ.

ສ່ວນຕົວໃຫ້ນິຍາມເມືອງນີ້ວ່າ ເມືອງໃຊ້ເງິນ ຂອງເມກາ ບໍ່ວ່າຈະເປັນທີ່ພັກ, ອາຫານການກິນ, ແລະ ການເດີນທາງນັ້ນແພງຫລາຍ.

ເປັນເມືອງທີ່ຜູ້ຂຽນມັກ ເພາະມີສີສັນມີບອກໃຫ້ເບິ່ງໃຫ້ເກັບພາບ ເປັນເມືອງທີ່ສ້າງຂື້ນທັງຫນົດ ມີສະຖານທີ່ຈຳລອງທີ່ເປັນແລນມາກຂອງໂລກບໍ່ວ່າຈະເປັນ: Eiffel tower (ປະເທດຝຮັ່ງ), Great Sphinx of Giza (ປະເທດອີຢີບ), The Arc de Triomphe (ປະເທດຝຮັ່ງ), Trevi Fountain (ຢູ່ອີຕາລີ), ແລະ ອື່ນໆອີກ.

9. Saginaw, Bay City, & Midland, Michigan

ເມືອງທີ່ຜູ້ຂຽນໃຊ້ຊິວິດຫລາຍກວ່າຫມູ່ໃນບັນດາເມືອງທີ່ເຄີຍໄປ ເພາະມະຫາໄລທີ່ໄປຕັ້ງຢູ່ເມືອງນີ້. ອາດຈະບໍ່ເລີດໃນດ້ານການຄົມມະນາຄົມ ແຕ່ຕອບໂຈດສຳລັບປະສົບການຂອງການໃຊ້ຊິວິດຂອງຄົນເມກາແທ້ໆ. ເມືອງ Saginaw ເປັນເມືອງຢູ່ຊານເມືອງຂອງລັດ Michigan. ໃຊ້ເວລາ 3 ຫາ 4 ຊົ່ວໂມງເພື່ອເດີນທາງໄປຫາເມືອງໃຫຍ່. ການການຄົມມະນາຄົມແມ່ນຍາກຫລາຍ ອາໄສແຕ່ລົດສ່ວນຕົວເທົ່ານັ້ນ. ສຳລັບລົດປະຈຳທາງແມ່ນນ້ອຍຫລາຍ ມີ 2 ຮອບເທົ່ານັ້ນຖ້າຫາກຕ້ອງການໄປຕົວເມືອງຂອງລັດ.

ໃນລະດູຫນາວ ເປັນສິ່ງທີ່ຜູ້ຂຽນຮັບບໍ່ໄດ້ ເພາະຫນາວຫລາຍ ເພາະຫິມະຕົກບໍ່ຂາດ ບວກກັບ ເມືອງນີ້ທີ່ຕິດກັບທະເລສາບທີ່ມີຊື່ເອີ້ນວ່າ: Great Lake of Michigan ເຊິ່ງເປັນທະເລສາບໃຫຍ່ທີ່ໃຫຍ່ທີ່ສຸດອັນດັບ 3 ຂອງໃນສະຫະຣັດ. ຂະຫນາດຄວາມໃຫຍ່ຂອງທະເລຊາບຕິດກັບ 4 ຣັດ Illinois-Indiana-Michigan-Wisconsin ແລະ ຕິດກັບແຜນດິນຂອງ ແຄນນາດາ. ແນ່ນອນທະເລຊາບໃຫຍ່ເທົ່າໃດຂະຫນາດຂອງລົມແມ່ນຫລາຍເທົ່ານັ້ນ ໃນລະດູຫນາວບໍ່ແປກໃຈເລີຍວ່າຈະຫນາວຄູນ 2.

ເມືອງທີ່ບໍ່ມີຕຶກສູງ, ຫ້າງດັງ, ແລະ ລົດໄຟທີ່ພາໄປໃສມາໃສສະດວກສະບາຍ. ກົງກັນຂ້າມ, ມີແຕ່ສວນ, ມາແຕ່ທົ່ງສາລີ, ຫ້າງປິດກ່ອນ 8ໂມງ, ແລະ ລົດເມທີ່ຊົ່ວໂມງຫນຶ່ງມາເທື່ອຫນຶ່ງ ເຮັດໃຫ້ຂ້ອຍມັກ ແລະ ຢາກຢູ່ເມືອງນີ້ຍ້ອນວ່າເປັນເມືອງທີ່ມິດ ປອດໄພ ບໍ່ເປັນຕາຢ້ານ, ຄົນນິໄສດີໃຈດີ.

8. Orlando, Florida

ເມືອງແຫ່ງດິນແດນຫັນສາ, ສະຫນຸກສະຫມາມ, ເມືອງໃນຝັນ ເພາະເປັນຂອງ Disneyland

ການເດີນທາງແມ່ນສະດວກຄືກັບຫລາຍໆເມືອງທີ່ກ່າວມາ ແຕ່ເຖິງຢ່າງໃດກໍຕາມ ເມືອງນີ້ຍັງບໍ່ມີລົດໄຟເທື່ອ.

ຂໍເລົ່າເລື່ອງຄວາມປອດໄພເລັກນ້ອຍ, ສ່ວນຕົວແມ່ນຮູ້ສຶກວ່າເມືອງນີ້ອັນຕະລາຍ ພໍຊົມຄວນ ຕົວຢ່າງຍ່າງຢູ່ໃນຕົວເມືອງແມ່ນເຈີແຕ່ Homeless people. ຈື່ໄດ້ວ່າຕ້ອງໄດ້ເຂົ້າໄປເລາະໃນ 7–11 ເພື່ອຖ້າລົດ Uber ມາຮັບກັບຫ້ອງພັກ ເພິ່ນຖ້າໄປຖ້າຢູ່ແຄມທາງແມ່ນຈະຖືກຮ້ອງໃສ່ ຫລື ອາດຈະຖືກປຸ້ນ. ແຕ່ຖ້າອອກຈາກຕົວເມືອງມາໃກ້ກັບສະຖານທີ່ທ້ອງທ່ຽວແມ່ນໂອເຄເລີຍ.

ຂໍເລົ່າຊ່ວງເວລາທີ່ປະທັບໃຈຕອນຢູ່ເມືອງນີ້ເນາະ: ລຸ້ນນ້ອງ ແລະ ຂ້ອຍໃຊ້ເວລາຫນຶ່ງວັນໃນ Walt Disney World ເຊິ່ງເປັນສວນສະຫນຸກໃນຝັນຂອງເດັກນ້ອຍໃນໂລກຫລາຍໆຄົນ. ມີຄົນເລົ່າສູ່ຟັງກ່ອນໄປວ່າ 1 ມື້ກໍບໍ່ສາມາດເລາະຫລີ້ນຂອງຫລີ້ນໄດ້ຫນົດ. ທາງເຮົາກໍ່ບໍ່ເຊື່ອເພາະມັນຟັງຄືໂອເວີ້.

ພໍແຕ່ໄປຕົວຈິງເທົ່ານັ້ນແຫລະ, ຮູ້ຊຶ້ງເລີຍ ເພາະມັນກວ້າງຫລາຍ. Walt Disney ມີ 4 ສ່ວນໃຫຍ່ເຊັ່ນ: Magic Kingdom Park, Epcot, Disney’s Hollywood Studios, ແລະ Disney’s Animal Kingdom (ຕອນທີ່ຜູ້ຂຽນໄປແມ່ນ Disney’s Hollywood Studios ຍັງບໍ່ແລ້ວ)

ຜູ້ຂຽນເລືອກໄປໂຊນ Magic Kingdom Park ເປັນເວລາ 1 ມື້ ການຊື້ປີ້ແມ່ນຫາງ່າຍ ສຳລັບຜູ້ຂຽນຊື້ຜ່ານທາງ website ຂອງ ​​Walt Disney World ເລີຍ ເວລາແມ່ນປະມານ 120 ໂດລາ.

ກ່ອນເຂົ້າໄປສ່ວນປະຕູໃຫຍ່ ຈະມີການກວດບັດ ມີແຕ່ຢືນການຢືນຢັນການຈ່າຍເງິນໃຫ້ເຈົ້າຫນ້າທີ່ ຫລັງຈາກນັ້ນ ເຈົ້າຫນ້າທີ່ກໍ່ຢືນບັດແບບນີ້ໃຫ້

ບໍ່ຮູ້ວ່າຄົນອື່ນທີ່ເຄີຍໄປມັກລະບົບຂອງ Walt Disney World ຫລື ບໍ?

ທີ່ມີ Walt Disney ມີ app ຂອງຕົນເອງ ເຊິ່ງສາມາດເຂົ້າໄປເບິ່ງແຜນທີ່ທັງຫນົດຂອງ Walt Disney ເຊິ່ງຄວາມລໍ້າຂອງມັນແມ່ນຮູ້ໄດ້ວ່າບ່ອນຫລີ້ນໂຕໃດທີ່ມີຄົນຫລາຍ ບ່ອນຫລີ້ນໂຕໃນຄົນນ້ອຍ. ບໍ່ຕ້ອງເສຍເວລາໄປຍ່າງເບິ່ງໂຕຈິງ ຖ້າເຮັດແນວນັ້ນແມ່ນເສຍເວລາກັບການຍ່າງ ແຕ່ລະສ່ວນຂອງບ່ອນຫລີ້ນແມ່ນໄກກັນ.

7. New Haven, Connecticut

ເມືອງທີ່ນ້ອຍ ແຕ່ເຕັມໄປດ້ວຍສາລະ ເພາະພື້ນທີ່ຂອງເມືອງຈະກວມເປັນເນື້ອທີ່ຂອງມະຫາໄລຊື່ດັ່ງຂອງປະເທດ ແລະ ຂອງໂລກ ຄື ມະຫາວິທະຍາໄລ Yale. ເຊິ່ງຈຸດປະສົງຫລັກໆໃນການເດີນທາງໄປເມືອງ New Haven ເພື່ອໄປຢ້ຽມຢ້າມມະຫາວິທະຍາໄລ Yale ໂດຍສະເພາະ.

ວິທີເດີນທາງໄປເມືອງນີ້ຂອງຜູ້ຂຽນເດີນທາງດ້ວຍຂີ່ລົດໄຟຈາກເມືອງນິວຢອກ ເຊິ່ງໃຊ້ເວລາ 2 ຊົ່ວໂມງ. ຄ່າລົດໄຟໄປກັບແມ່ນ 35 ໂດລາ. ການເດີນທາງບໍຊັບຊ້ອນພຽງແຕ່ ຂື້ນລົດໄຟຈາກ Grand Central Terminal ໄປບ່ອນຊື້ປີ້ແລ້ວຜູ້ຂາຍປີ້ບອກໃຫ້ໄປຂື້ນລົດໄຟເບີ 21 ແລະ ເມື່ອຢາກລົງມະຫາວິທະຍາໄລດັ່ງກ່າວແມ່ນລົງສະຖານນີສຸດທ້າຍ.

Yale University ຖືກສ້າງຂື້ນໃນປີ 1701 ເປັນມະຫາວິທະຍາໄລຕິດອັນດັບ 8 ຂອງໂລກ ແລະ ອັນດັບ 3 ຂອງສະຫະລັດ ເຊິ່ງ (world university rankings, 2019) ເຊິ່ງເປັນມະຫາວິທະຍາໄລທີ່ເກົ່າແກ່ອັນດັບ 3 ຂອງສະຫະລັດ ຈະເຫັນໄດ້ວ່າຕຶກອາຄານເກົ່າແກ່ສະຕາຍອັງກິດ ເຊິ່ງຕຶກອາຄານຈະເປັນມະຫາວິທະຍາໄລ Oxford ແລະ Cambridge.

ນອກຈາກການເດີນທາງສະດວກແລ້ວ, ອາຫານການກິນກໍ່ຖືກໃຈຄົນງົບນ້ອຍຄືຜູ້ຂຽນ ເນື່ອງຈາກເມືອງຕິດກັບມະຫາໄລ. ສະນັ້ນ, ອາຫານການກິນແມ່ນຢູ່ໃນລະດັບປານກາງ (ຖ້າທຽບກັບລາຄາອາຫານໂດຍທົ່ວໄປຂອງເມກາ) ຜູ້ຂຽນບໍ່ສາມາດບອກໄດ້ວ່າຄ່າຄອງຊີບແມ່ນສູງບໍ ເນື່ອງຈາກພຽງແຕ່ໄປຢ້ຽມຢ້າມໄລຍະສັ້ນໆ. ພີ່ນ້ອງທີ່ຮຽນຢູ່ຫັນບອກວ່າຄ່າຮຽນ ເຊິ່ງລວມຄ່າຮຽນ ແລະ ຫ້ອງພັກໃນມະຫາໄລ ປີຫນຶ່ງຈະຕົກຢູ່ກວ່າ 70 ພັນໂດລາ.

ໃຊ້ເວລາຢູ່ Campus ຂອງມະຫາວິທະຍາໄລ ກະຖ່າຍຮູບເພີນເລີຍ ເຫມາະສຳລັບຄົນທີ່ມັກຖ່າຍຮູບ ແລະ ສ້າງແຮງບັນດານໃຈໃນການຮຽນ ໂດຍສະເພາະຄົນທີ່ຢາກເຂົ້າມະຫາໄລອັນດັບຕົ້ນໆຂອງໂລກ.

6. Grand Canyon, Arizona

ເຖິງແມ່ນຜູ້ຂຽນຈະບໍ່ໄດ້ໃຊ້ເວລາດົນຢູ່ຫັນແຕ່ຍອມຮັບວ່າຫລົງໄຫລໃນທຳມະຊາດ ທີ່ອາດຈະບໍ່ມີຕົ້ນໄມ້ທີ່ເຄີຍເຫັນຢູ່ North Carolina ຫລື ເຫັນທະເລສາບຍາວສຸດລູກຫູລູກຕາຄືຢູ່ Michigan. ເມືອງ

ແຕ່ເມືອງນີ້ໂຊວໃຫ້ເຫັນອີກດ້ານຫນຶ່ງຂອງທຳມະຊາດ ທີ່ບໍ່ຈຳເປັນຕ້ອງມີຕົ້ນໄມ້ ຫລື ທຳມະຊາດແວດລ້ອມຕ່າງແຕ່ກໍ່ງາມ ແລະ ມີສະເຫນ່ໃນໂຕຂອງມັນ.

ພະເອກຂອງເມືອງນີ້ ຫນີໄປໃສບໍ່ໄດ້ Grand Canyon. ຢູ່ໃນຕົວຂອງ ຫລາຍຄົນຄືສົນໃຈວ່າຫມາຍຄວາມວ່າແນວໃດ?

ເຊື່ອວ່າສະຖານທີ່ທ່ອງທ່ຽວນີ້ເປັນຫນຶ່ງທີ່ຕ້ອງໄປກ່ອນຕາຍ. ຂໍຣີວິວໄປເຖິງລາຍລະອຽດ ເລີ່ມຈາກການເດີນທາງກ່ອນເນາະ ຜູ້ຂຽນແມ່ນຈອງທົວນຳເວັບໄຊຫນຶ່ງ (ບໍ່ຈື່ແລ້ວ) ສາມາດຊອກຫາໄດ້ຢູ່ google ມີແຕ່ພິມໃສ່ວ່າ Grand canyon tour, South Rim Bus Tour ມັນກໍ່ຈະຂື້ນໃຫ້ເລືອກຈົນບໍ່ຮູ້ຊິເອົາບໍລິສັດໃດ. ຫລື ອີກວິທີຫນຶ່ງແມ່ນ ຖ້າໄດ້ມາທ່ຽວຢູ່ Las Vegas ແມ່ນສາມາດຊື້ທົ່ວໄດ້ຕາມໂຮງແຮມ ຫລື ຕາມຫ້າງຮ້ານ ເພີ່ນມີຂາຍ. ແຕ່ບໍ່ຮູ້ເຖິງລາຄາຈະຄືກັນກັບຊື້ຢູ່ອອນລາຍບໍ. ເອົາເປັນວ່າແລ້ວແຕ່ສະດວກເນາະ. ກັບມາໂຕທົວທີ່ຜູ້ຂຽນຊື້ແມ່ນຈະຖາມວ່າເມືອງທີ່ທ່ານຈະຂື້ນຢູ່ໃສລົດ, ຄືຜູ້ຂຽນໄປຂື້ນລົດຢູ່ Las Vegas ເພາະຖືວ່າໃກ້ທີ່ສຸດແລ້ວ. ໃນເວັບໄຊ ຍັງຖາມຕື່ມອີກວ່າຈະໃຊ້ເວລາຈັກມື້. ໂປຮແກມຈະມີໃຫ້ເລືອກ 1 ມື້ 3 ມື້ ແລ້ວແຕ່ເຮົາສະດວກ. ລາຄາຄາວໆຂອງ 1 ມື້ແມ່ນຕົກຢູ່ປະມານ $77 ຖ້າໄປຫລາຍມື້ລາຄາແຮງຂື້ນ.

ທົ່ວເພີ່ນກະຈະນັດໄປເຈີຢູ່ຫ້າງຫນຶ່ງຂອງເມືອງ ປະມານ 6ໂມງເຊົ້າ ແລະ 6:30ໂມງລົດອອກ ເຊິ່ງການເດີນທາງໃຊ້ເວລາປະມານ 6 ຊົ່ວໂມງຮອດ ໃນລະຫວ່າງທາງທົວກະພາໄປບັນດາບ່ອນສຳຄັນໆ ແລະ ປາຍທາຍສຸດທ້າຍແມ່ນ South Rim. ຜູ້ຂຽນແນະນຳຜູ້ທີ່ຕ້ອງການໄປຮັບປະສົບການແທ້ໆແນະນຳໄປຫລາຍມື້ ເພາະຜູ້ອ່ານຈະໄດ້ນອນຄ້າງຄືນຢູ່ຫັນ ສາມາດເບິ່ງຕາເວັນຂື້ນ, ຕາເວັນຕົກຢູ່ຫັນ, ແລະ ທີ່ສຳຄັນໄດ້ສູດເອົາບັນຍາກາດຂອງ Grand canyon ໄດ້ເຕັມປອດ.

5. Chicago, Illinois

ກ້າວມາເມືອງທີ 5 ທີ່ມັກທີສຸດແລ້ວ ເຊິ່ງຜູ້ອ່ານຈະເຫັນວ່ານັບຈາກເມືອງນີ້ຈະກາຍເປັນເມືອງທີ່ມີຕຶກຫລາຍ ແລະ ທັນສະໄຫມ ນີ້ແມ່ນນິຍາມຂອງເມືອງທີ່ມັກ ຂອງຜູ້ຂຽນ.

ຖ້າເວົ້າເຖິງ landmark ທີ່ຕ້ອງໄປໃນເມືອງ Chicago ຫລື ເມືອງຂອງປ່າຄອນກຣີດນີ້ໄປມາສະດວກ ເພາະຢູ່ໃກ້ໆກັນ. ຜູ້ອ່ານສາມາດໃຊ້ເວລາ 1 ຫາ 2 ມື້ກໍ່ສາມາດທ່ຽວໄດ້ຫມົດ (ໄປຊ່ວງວັນເຂົ້າການ) ເພາະ Chicago ມີບ່ອນສຳຄັນຢູ່ໃນເມືອງ ເຊັ່ນ: Willis Tower, Millennium Park, Navy Pier. Buckingham Fountain, Museum of Science and Industry, Chicago ແລະ ອື່ນໆ. ຜູ້ຂຽນໃຊ້ເວລາ 1 ມື້ທ່ອງທ່ຽວເມືອງນີ້ ແລະ ໃຊ້ເວລາປະມານ 3 ມື້ໄປນອກເມືອງ.

ເນື່ອງຈາກຄວາມໃກ້ຂອງສະຖານທີ່ຕ່າງໆ ສາມາດຍ່າງໄປຫາສະຖານທີ່ຕ່າງໆໄດ້ສະດວກສະບາຍ ຕົວຢ່າງຜູ້ຂຽນຂີ່ລົດສ່ວນຕົວໄປກັບພີ່ນ້ອງ. ຂີ່ລົດໄປຈອດຢູ່ຕຶກ William Tower ແລ້ວຍ່າງເລາະຕົວເມືອງ. ບ່ອນຈອດລົດຈະຫາຍາກ ແລະ ລາຄາແພງແນ່ນ້ອຍຫນຶ່ງ ແຕ່ສະດວກຫລາຍ. ອີກວິທີຫນຶ່ງທີ່ຜູ້ຂຽນຮູ້ມາຈາກຫມູ່ທີ່ໄປເມືອງນີ້ຄືກັນແມ່ນເຊົ່າລົດຖິບຂີ່ເລາະເມືອງ ແຕ່ລາຄາກໍ່ແພງຄືກັນ.

ສຳລັບອາຫານທີ່ຕ້ອງລອງແມ່ນ Pizza ຂື້ນຊື່ຫລາຍ ແລະ ນອກຈາກ Pizza ແລ້ວ ສິ່ງທີ່ຂື້ນຊື່ແມ່ນອາຫານຂອງແຖບ Middle East ທີ່ຫມູ່ເຂົາເຈົ້າບອກວ່າແຊບກ່ອນບ້ານເຂົາເຈົ້າ ແລະ ລາຄາກໍ່ຖືກອີກ. ເສຍດາຍທີ່ທາງຜູ້ຂຽນບໍ່ໄດ້ໄປລອງຢູ່ຫັນ. ຖ້າມີໂອກາດໄປອີກແມ່ນບໍ່ພາດແນ່ນອນ.

4. Los Angeles, California

ເມືອງທີ່ຜູ້ຂຽນບໍ່ເຄີຍລືມ ມີຫລາຍເຫດການ ຫລາຍຢ່າງເກີດຂື້ນ!!! ເລື່ອງມັນຍາວ ຂໍເລົ່າຈັກຫນ້ອຍ.

ການເມືອງທີ່ຜູ້ຂຽນເດີນທາງຄົນດຽວ ເຊິ່ງເດີນທາງຈາກເມືອງ Las Vegas ດ້ວຍລົດເມຄົນດຽວ ໃຊ້ເວລາ 8 ຊົ່ວໂມງ. ບໍ່ຮູ້ວ່າເປັນຫຍັງມື້ນັ້ນລົດເມຈຶ່ງຮອດໄວຢ່າງຕັ້ງໃຈໃຫ້ຂ້ອຍຕ້ອງໄດ້ຖ້າຢູ່ສະຖານທີ່ລົດເມຄົນດຽວທີ່ເຕັມໄປດ້ວຍຄົນບໍ່ມີບ້ານ ຫລື ພາສາອັງກິດແມ່ນ Homeless. ນອນຕັ້ງຖິ່ນຖານຢູ່ຫັນ. ແລະ ດ້ວຍບາບກຳຫຍັງທີ່ເຮັດໃຫ້ຂ້ອຍຕ້ອງໄປອີກສະຖານທີ່ລົດເມຫນຶ່ງໃນເມືອງເພື່ອໄປຊື້ປີ້ງລົດເມເພື່ອເດີນທາງໄປອີກເມືອງຫນຶ່ງ ເພາະຊື້ປີ້ງທາງອອນລາຍບໍ່ໄດ້.

ພໍແຕ່ຍ່າງອອກຈາກສະຖານທີ່ລົດເມເພື່ອໄປຫາລົດ Uber ທີ່ຕົນຈອງທີ່ຈະຂີ່ໄປສະຖານທີ່ຕໍ່ໄປເທົ່ານັ້ນ ຂົນຫນາວກໍລຸກຫນົດໂຕ ເພາະຕ້ອງຍ່າງກາຍເຂດຊຸມຊົນຂອງຄົນ Homeless. ແລ້ວດ້ວຍຄວາມເຊົ້າທີ່ແສນເຊົ້າ ເຮັດໃຫ້ລົດ Uber ບໍ່ຖ້າ ແລ້ວກໍ່ຮັບລູກຄ້າຄົນໃຫມ່. ເຮັດໃຫ້ຂ້ອຍຍ່າງໄປໄກອອກໄປຈາກສະຖານທີ່ລົດເມ ເຂົ້າໄປໃນເມືອງ. ສິ່ງທີ່ຂ້ອຍເຫັນ ແລະ Shock ທີ່ສຸດໃນຊີວິດກໍຄື ຄົນ Homeless ເຕັມຖະຫນົນໃນເມືອງ ເຊິ່ງບັນດາຕຶກຍັງບໍທັນເປີດໃຫ້ບໍລິການ. ຄົນທີ່ຍ່າງໄປຍ່າງມາມີແຕ່ຄົນອານາໄມທາງເທົ່ານັ້ນ ທີ່ເປັນຄົນປົກະຕິ ທີ່ບໍ່ມີຜິດມີໄພ. ດ້ວຍຄວາມທີ່ຢ້ານຖືກປຸ້ນ (ກ່ອນຫນ້ານີ້ມີລຸ້ນນ້ອງຖືກມາ) ທຸກຢ່າງທີ່ມີກໍ່ຈະຖືກທິ້ງໃນເມືອງນີ້ ເພາະມີທັງຄອມ, ມີໂທລະສັບ, ເງິນ, ບັດເຄດິດ, ແລະ ອື່ນໆຢູ່ໃນກະເປົ່າເປນັ້ນ.

ຄວາມກ້າມາແຕ່ໃສກະບໍ່ຮູ້ ຍ່າງແບບບໍ່ແນມຫນ້າໃຜ, ຍ່າງໄປທາງຫນ້າແບບບໍ່ແນມຫນ້າໃຜ, ຍ່າງໄປຂ້າງຫນ້າຄືກັບວ່າຂ້ອຍຢູ່ແຖວນີ້ ຊໍ້າເຫັນ homeless ເປັນຊາວກະບໍຢ້ານ ເພາະຂ້ອຍຍ່າງທຸກມື້ ຂ້ອຍຢູ່ແຖວນີ້, ຍ່າງແບບບໍ່ຢ້ານຕາຍ, ຍ່າງບໍ່ຄິດຊິວິດ. ສຸດທ້າຍກະຜ່ານດົງ Homeless People ໄດ້ ແລະ ຄົນເມືອງກໍເລີ່ມອອກຈາກບ້ານຈາກທີ່ພັກຂອງຕົນ.

ການເດີນທາງຄັ້ງນັ້ນ ທັງຢ້ານ, ທັງເມື່ອຍ, ທັງມ່ວນແບບປະສົມປະສານກັນ. ເມືອງນີ້ໃຫ້ໂອກາດໃຫ້ຂ້ອຍໄດ້ລອງຫລາຍຢ່າງ: ລອງທີ່ຈະທ່ອງທ່ຽວຄົນດຽວ, ລອງໃຫ້ຂ້ອຍໄດ້ກ້າຂໍຄວາມຊ່ວຍເຫລືອຄົນອື່ນທີ່ແຕ່ກ່ອນບໍ່ກ້າ, ລອງໃຫ້ຂ້ອຍພົບອາຈານຄົນເມກາຕ່າງທີ່ຮູ້ຈັກຢູ່ລາວ.

ສິ່ງທີ່ຂ້ອຍຜ່ານໃນມື້ນັ້ນ, ເຮັດໃຫ້ມື້ຕໍ່ມາຂ້ອຍໄດ້ລອງໃນສິ່ງທີ່ບໍເຄີຍເຮັດມາກ່ອນໃນຊິວິດນັ້ນກໍຄື: ຫລີ້ນການ Surf ຢູ່ຟາກຫນຶ່ງຂອງມະຫາສະຫມຸດປາຊີຟິກ ກັບຫມູ່ອີກຄົນຫນຶ່ງທີ່ນັດເຈີກັນຢູ່ເມືອງນີ້.

ເປັນເມືອງທີ່ທຸກຄົນຄວນໄປອີກເມືອງຫນຶ່ງ ປະສົບການທີ່ຈະໄດ້ຊໍ້າພັດແມ່ນຕ່າງຈາກທີ່ຄິດໄວ້ແຕ່ຕົ້ນ.

3. Washington D.C

Washington D.C ເປັນເມືອງທີ່ໄປແລ້ວໄປອີກກໍ່ບໍ່ເບື່ອ ມີຫລາຍຢ່າງໃຫ້ເຫັນ ໃຫ້ລອງທຸກຄັ້ງ. ຊ່ວງທີ່ຄົນເມກາແນະນຳໄປແມ່ນຊ່ວງລະດູໃບໄມ້ປົ່ງເພາະໃນເມືອງຈະເຫັນດອກສະກຸລາບານເຕັມສວນແຖວໆ Washington Monument ແລະ Tidal Basin

ເນື່ອງຈາກວ່າເປັນເມືອງຫຼວງຂອງເມກາ ສະເຫນ່ຂອງເມືອງນີ້ຈຶ່ງບໍ່ພົ້ນເລື່ອງຂອງປະຫວັດສາດ ແລະ ສະຖານທີ່ສຳຄັນທາງດ້ານການເມືອງ. ສະຖານທີ່ສຳຄັນ ແລະ ບໍ່ຄວນພາດຈະປະກອບມີ: United States Capitol, Washington Monument, Lincoln Memorial, The White House, Martin Luther King, Jr. Memorial, Tidal Basin ແລະ ອື່ນໆ.

ບໍ່ວ່າຈະເປັນກາງເວັນ ຫລື ກາງຄືນເມືອງນີ້ມີສິ່ງໃຫ້ເບິ່ງອ້ອມເມືອງ. ຍອມຮັບວ່າຖ່າຍຮູບງາມທັງສອງຍາມເລີຍ.

ເວົ້າເຖິງການເດີນທາງແມ່ນສະດວກ ບໍ່ໃຫ້ເວົ້າເລີຍ: ສາມາດເດີນທາງດ້ວຍລົດໄຟໃຕ້ດິນ, Uber ຫລື Lyft ທີ່ແລ່ນທັງເວັນທັງຄືນ.

ສຳລັບອາຫານການກິນນັ້ນ, ສາມາດຫາອາຫານໄດ້ທົ່ວໂລກເລີຍກະວ່າໄດ້ ຂະຫນາດອາຫານລາວຍັງມີ.

2. San Francisco, California

ເມືອງທີ່ໄປກ່ອນຕາຍໃຫ້ເມືອງຫນຶ່ງ!!!

ຢູ່ເມືອງນີ້ບໍ່ໄດ້ດົນ ແຕ່ຮູ້ສຶກວ່າມັກແຮງ ມັກອາກາດຂອງເມືອງ, ມັກການຈັດວາງຜັງເມືອງ ຖ້າເບິ່ງພູມມີຊາດຂອງເມືອງຈະເຫັນໄດ້ວ່າເມືອງເປັນເນີນເຂົາ ແຕ່ບ້ານເມືອງມີຄວາມຫນາແຫນ້ນ ແລະ ມີທາສີທີ່ສົດໃສ ເຊິ່ງໃຫ້ເບິ່ງສະບາຍຕາ ເພາະຮັບຈາກແສງຂອງແສງອາທິດເປັນຢ່າງດີ.

ອາຫານຕ້ອງລອງ In-N-Out

ສຳລັບອາຫານການກິນແມ່ນຖືກໃຈຄົນມັກອາຫານທະເລ ເພາະເພີ່ນມີໂຊນອາຫານທະເລທີ່ແຊບ, ສົດ ແລະ ຖືກຫລາຍ.

ເຖິງແມ່ນວ່າຜູ້ຂຽນໃຊ້ເວລາໃນເມືອງນີ້ນ້ອຍ ເພາະມີເວລາຈຳກັດ ແຕ່ດີໃຈທີ່ໄດ້ໄປບ່ອນສຳຄັນຫລາຍບ່ອນເຊັ່ນ: Golden Gate Bridge, PIER 39, Union Square, Chinatown, Palace of Fine Arts, ແລະ ອື່ນໆ.

ຄວາມປອດໄພສ່ວນຕົວແມ່ນຢູ່ລະດັບດີຫາດີຫລາຍເລີຍແຫລະ. ຄົນເມືອງນີ້ຫນ້າຕາຍິ້ມແຍ່ມແຈ້ມໃສ. ແຕ່ງໂຕດີມີສະຕາຍ.

ເປັນເມືອງທີ່ໃຊ້ເວລາກັບຕົນເອງໄດ້ຄິດທົບທວນສິ່ງທີ່ຜ່ານມາໃນຊິວິດ ແລະ ເປັນຊ່ວງເວລາທີ່ຢູ່ກັບຕົນເອງຫລາຍ.

1. New York City, New York

New York City ເປັນເມືອງທີ່ມັກອັນດັບຫນຶ່ງ ແລະ ຈະເປັນອັນດັບຫນຶ່ງຕະຫລອດໄປ.

ເມືອງໃນຝັນທີ່ຢາກໄປ ຕັ້ງແຕ່ນ້ອຍ. ແລະ ການໄປຄັ້ງນັ້ນບໍຜິດຫວັງເລີຍ ເພາະໃຊ້ເວລາຢູ່ຫັນປະມານ ອາທິດ ຫນຶ່ງ.

ເລື່ອງການຄົມມະນາຄົມນັ້ນເປັນເລີດຢູ່ແລ້ວ ເພາະສາມາເດີນທາງໄດ້ແບບທຸກໂມດການເດີນທາງ ບໍ່ວ່າຈະເປັນ: ລົດໄຟ, ລົດເມ, ລົດເທັກຊີ, ແລະ ຍ່າງໄດ້.

ສະຖານທີ່ທ້ອງທ່ຽວນັ້ນຂື້ນຊື່ຢູ່ແລ້ວ ມີແລນມາກທີ່ຕ້ອງໄປ ແລະ ຖ່າຍຮູບກັບມາໃຫ້ໄດ້ ບໍ່ວ່າຈະເປັນ: Statue of Liberty National Monument, Brooklyn Bridge, Times Square, One World Trade Center, Flatiron Building, ແລະ ອື່ນໆ.

ເມືອງນີ້ມອບຄວາມສຸກໃນການໃຊ້ຊິວິດໃນເມກາ ທຸກຢ່າງລົງໂຕ ທຸກຢ່າງຖືກຈັດການຕາມແບບແຜນ. ໄດ້ໄປບ່ອນທີ່ຢາກໄປ ແລະ ລອງເດີນທາງຄົນດຽວໃນບາງມື້, ໄປບ່ອນທີ່ບໍ່ໄດ້ຢູ່ໃນລາຍການທີ່ຄວນໄປຕາມເວັບໄຊຕ່າງໆ ເຊິ່ງໄປເຈີແບບບັງເອີນ.

ການເຮັດສິ່ງທີ່ໃຫມ່, ໄປສະຖານທີ່ແປກໃຫມ່ໃຫ້ຫລາຍກວ່າຄຳວ່າເຄີຍໄປ ແຕ່ມັນໃຫ້ຄວາມຫມາຍຂອງການມີຊິວິດຂອງຜູ້ຂຽນມະຫາສານ

“Out of comfort zone, embrace discomfort”

ຖ້າອ່ານບົດຄວາມຕໍໄປວ່າຜູ້ຂຽນຈະໄປລອງຍັງຢູ່ໃສ ຕິດຕາມອ່ານເດີ. ຂອບໃຈ ;)

--

--

Nono Thipsavanh
Nono Thipsavanh

No responses yet