15/50 States & 21 Cities Review
From the Atlantic Ocean to the Pacific Ocean
Blog ນີ້ແມ່ນຂໍເປັນຮີວິວ ພາບລວມຂອງ 21 ເມືອງຂອງສະຫະຣັດທີ່ມີໂອກາດໄດ້ໄປ ແລະ ເປັນການຈັດອັນດັບເມືອງທີ່ມັກນ້ອຍທີ່ສຸດໄປຫາມັກທີ່ສຸດໄປນຳເຊິ່ງອິງມາຈາກປະສົບການສ່ວນຕົວທີ່ເຄີຍອາໄສຢູ່ສະຫະຣັດອາເມຮິກາເປັນເວລາເກືອບປີ ແລ້ວກໍ່ໄດ້ຫາໂອກາດໄປທ່ຽວມາ. ໃນໄລຍະທີ່ຢູ່ພຸ້ນກໍ່ໄດ້ມີໂອກາດໄດ້ໄປຢ້ຽມຢ້າມຫລາຍເມືອງແຕ່ເໜຶອຮອດໃຕ້ ຕາເວັນອອກ ແລະ ຕາເວັນຕົກ. ໂດຍຈະພະຍາຍາມຮິວິວໃຫ້ເຫັນເຖິງ: ຄ່າຄອງຊີບ, ການເດີນທາງ, ສະຖານທີ່, ແລະ ອາຫານການກິນເປັນແນວໃດ.
ມາເລີ່ມກັນເລີຍ!!
21. Houston, Texas
ເມືອງທີ່ຢູ່ທາງໃຕ້ສຸດຂອງປະເທດ ເມືອງ Houston. Landmark ເມືອງນີ້ບໍ່ມີຫຍັງຫລາຍ ມີແຕ່: Hermann Park, Buffalo Bayou, ແລະອື່ນໆ. ອາດຈະເປັນນຳຜູ້ຂຽນເອງໃຊ້ເວລາຢູ່ໃນເມືອງນີ້ບໍ່ດົນ ເລີຍບໍ່ໄດ້ສຳຫຼວດເມືອງ. ນອກຈາກ, ຫໍພິທະພັນ ນາຊາທີ່ເປັນສະຖານີປ່ອຍກະສວຍອາວະກາດອອກໄປນອກໂລກບ່ອນທຳອິດຂອງສະຫະຣັດ ໃນປີ 1973.
20. Atlanta, Georgia
ບໍ່ວ່າຫມູ່ຕ່າງປະເທດ ຫລື ຫມູ່ຄົນລາວ ພາກັນເວົ້າສຽງດຽວກັນວ່າ Atlanta ເປັນເມືອງທີ່ດີ ງາມ ແລະ ອື່ນໆ. ສ່ວນຕົວຮູ້ສຶກວ່າເປັນເມືອງງາມ ແລະ ນ່າສົນໃຈ ແຕ່ຍັງບໍ່ດີທີ່ສຸດ. ຍອມຮັບວ່າເປັນເມືອງສຳຄັນ ເພາະວ່າມີສຳນັກງານຂອງບັນດາຍັກໃຫຍ່ຂອງໂລກ ເຊັ່ນ: CNN, PWC, KMPG, Detroit, E&Y, Coco cola, ແລະອື່ນໆ. ຜູ້ຂຽນຄິດວ່າຖ້າມາເຮັດວຽກ ແລະ ມີເວລາຫວ່າງເລາະເບິ່ງເມືອງນ່າຈະເຫມາະ ແຕ່ຖ້າມາທ່ຽວອາດຈະຄວນພິຈາລະນາ.
Landmark ທີ່ສຳຄັນເມືອງນີ້ແມ່ນ: Georgia Aquarium, World of Coca-Cola, Centennial Olympic Park, ແລະ ອື່ນໆ.
19. Detroit, Michigan
ເປັນອີກເມືອງຫນຶ່ງຂອງລັດ Michigan ທີ່ບໍ່ແມ່ນເມືອງຫລວງຂອງລັດ ແຕ່ເປັນເມືອງທີ່ຈະເລີນ. ແຕ່ເມືອງນີ້ຍັງຖິ້ມຮອງຮອຍໃຫ້ເຫັນເຖິງວິກິດການເງິນທີ່ທາງສະຫະຣັດ ແລະ ພາຍໃນຣັດເອງຜ່ານມາ ຈະເຫັນໄດ້ວ່າບໍລິເວນຕົວກາງເມືອງຈະມີຕຶກໃຫຍ່ ແຕ່ນອກເມືອງອອກໄປຊານເມືອງຈະມີບັນດາຕຶກຮ້າງເປັນຊ້ອນໆກັນ ເຊິ່ງສ່ວນຕົວຄິດວ່າເປັນສິ່ງຕົກໃຈພໍສົມຄວນ ໄດ້ອ່ານແຕ່ຂ່າວ ແຕ່ເຄີຍເຫັນໂຕຈິງ.
ໃນຕົວເມືອງຈະມີຕຶກມີທີ່ໃຫຍ່ເຊິ່ງສ່ວນໃຫຍ່ຈະເປັນອາຄານ, ສຳນັກງານ, ຫ້ອງການ. ການເດີນທາງສ່ວນໃຫຍ່ຕ້ອງໄດ້ ລົດສ່ວນຕົວ ຫລື ໃຊ້ Uber ຫລື Lyft ຖ້າຕ້ອງການໃຊ້ລົດເມປະຈຳທາງຕ້ອງໄດ້ກວດເບິ່ງຕາມໂມງ ແລະ ເສັ້ນທາງ ເພາະວ່າມີຈຳກັດ. ເວລາຂີ່ອອກມາຕົວນອກເມືອງຈະເປັນເຮືອນຄົນພັກພາອາໄສ ສ່ວນໃຫຍ່ຄົນເຫລົ່ານີ້ແມ່ນມີວຽກເຮັດຢູ່ຕົວເມືອງ.
ເມືອງນີ້ທີ່ຜູ້ຂຽນມັກທີ່ສຸດນ່າຈະແມ່ນສະຫມາມບິນ ເພາະສະຫນາມບິນເພີ່ນໃຫຍ່ແຮງ ຍົນທີ່ອອກຈາກເດີນບິນນີ້ແມ່ນລາຄາຖືກ (ກວ່າເມືອງຂ້ອຍຢູ່ຫລາຍ)
18. San Antonio, Texas
ເປັນເມືອງຫນຶ່ງຂື້ນຊື່ຂອງຄວາມໂລແມນຕິກຄືກັນ New Orleans ແລະ ມີຄວາມຄ້າຍຄືກັບເມືອງ Chicago, Illions ໂດຍສ່ວນໃຫຍ່ຕຶກຂອງເມືອງຈະຖືກສ້າງຂື້ນໃຫມ່. ສະຖານທີ່ທ່ອງທ່ຽວຈະມີສ່ວນຂອງປະຫວັດສາດ ແລະ ສ່ວນຂອງເມືອງທີ່ທັນສະໄຫມ. ສຳລັບການເດີນທາງຍັງເຫັນວ່າບໍ່ສະດວກສະບາຍເທົ່າທີ່ຄວນ ເພາະວ່າຕ້ອງໄດ້ໃຊ້ລົດສ່ວນຕົວ ຫລື ໃຊ້ Uber ຫລື Lyft ເປັນຫລັກ.
ເນື່ອງຈາກຜູ້ຂຽນໄດ້ໄປຢ້ຽມຢ້າມເມືອງນີ້ໃນຊ່ວງເທດສະການຄຮິສມາດ ພາບທີ່ໄດ້ຈະເປັນພາບທີ່ຕົ້ນໄມ້, ເມືອງ, ແລະ ອື່ນໆຖືກປະດັບປະດາດ້ວຍຕົ້ນໄມ້.
17. Austin, Texas
ອີກເມືອງຫນຶ່ງທີ່ຕ້ອງໄປຖ້າຫາກຕ້ອງການສຶກສາເລື່ອງປະຫວັດສາດເມກາ. ຣັດນີ້ເອງເພີ່ນມີປະຫວັດສາດໃນໂຕຂອງເພີ່ນຢູ່ແລ້ວ ເບິ່ງຈາກສະຖາປັດຕະຍະກຳ ທັງແບບທັນສະໄຫມ ແລະ ແບບເກົ່າ. ມີມະຫາໄລຂອງປະເທດຕັ້ງຢູ່ເມືອງນີ້ ເຊິ່ງເຮັດໃຫ້ ອາຫານການກິນ, ຄ່າທີ່ພັກ, ແລະ ການເດີນທາງສະດວກຂື້ນ.
ຖ້າໃຫ້ຄະແນນການເດີນທາງພາຍໃນລັດຖຶກວ່າສະດວກໃນລະດັບປານກາງ ມີລົດເມ ມີ Uber ຫລື Lyft ເປັນຫລັກ ຖ້າເບິ່ງຢູ່ແອບຈະເຫັນວ່າມີລົດພ້ອມທີ່ຈະໃຫ້ບໍລິການຫລາຍຄັນໃຫ້ເລືອກ.
ຖ້າຖາມຫາອາຫານທີ່ຂື້ນຊື່ຂອງເມືອງນີ້ ທີ່ຕ້ອງໄປລອງໄປກິນ ແມ່ນ ບາບີຄິວ ຮ້ານ Franklin Barbecue. ເປັນປະສົບການການຖ້າກິນທີ່ໂຫດຫລາຍເພາະຕ້ອງໄດ້ຖ້າຄິວປະມານ 2 ຫາ 3 ຊົ່ວໂມງ ໄປແຕ່ 10 ໂມງ ໄດ້ອາຫານແທ້ໆແມ່ນ 2 ໂມງ ເພື່ອຈະໄດ້ ຊີ້ນນຳຕົກ, ໄສ້ກອກ, ແລະ ເຂົ້າຫມົມປັງນ່າຕາແບບນີ້ ໃນລາຄາ $45.
16. Columbus, Ohio
ຜູ້ຂຽນມີໂອກາດໄດ້ໄປລັດນີ້ 2 ຫາ 3 ຄັ້ງ ເຊິ່ງແຕ່ລະຄັ້ງມີຄວາມຮູ້ສຶກວ່າບໍ່ຢູ່ເມກາ ເນື່ອງຈາກໃນຕົວເມືອງ ເຖິງແມ່ນວ່າເປັນເມືອງເກົ່າ ແລະ ເປັນເມືອງທີ່ເປັນສຳນັກງານຂອງບໍລິສັດໃຫຍ່ຂອງສະຫະລັດ ເຊັ່ນວ່າ: Victoria’s Secrets, Bath & Body Works, DSW, ແລະ ອື່ນໆ.
ນ່າຈະຖືກໃຈທີ່ສຸດແມ່ນ ສະຫນຸກ “Cedar Point” ຫລື ຊື່ຫນຶ່ງເອີ້ນວ່າ “America’s Roller Coast” ທີ່ມີເຄື່ອງຫລີ້ນມີເຖິງ 17 ອັນທີ່ສ່ຽວໆທັງນັ້ນ. ເປັນສ່ວນສະຫນຸກທີ່ເກົ່າແກ່ອັນດັບ 2 ຂອງສະຫະລັດ ແລະ ເປັນສວນສະຫນຸກທີ່ໃຫຍ່ທີ່ສຸດອັນດັບ 6 ຂອງໂລກ.
15. New Orleans, Louisiana
ເມືອງຝຣັ່ງ ເຊິ່ງເປັນຊື່ຫນຶ່ງຂອງ New Orleans ເປັນເມືອງທີ່ປະທັບໃຈແຕ່ຍົນລົງ or Landingເພາະບັນຍາກາດຝຮັ່ງເລີ່ມຕັ້ງແຕ່ສະຫມາມບິນຈົນຮອດລົດໄຟຂອງເພີ່ນ. ເປັນເມືອງທີ່ງາມທັງກາງຄືນ ແລະ ກາງເວັນ, ບັນຍາກາດດີ, ແລະ ມີສະຖານທີ່ທີ່ນ່າສົນໃຈຫລາຍ.
ອາຫານແຊບຫລາຍ ໄດ້ລອງອາຫານດັງຂອງເມືອງນີ້ ຖ້າໃຫ້ເວົ້າຕາມຄວາມຈິງ ແມ່ນເຂົ້າຫນົມຄູ່ ໂຮຍດ້ວຍນໍ້າຕານແປ້ງ ກິນກັບ ໂກໂກ້ຮ້ອນ ແຕ່ບອກເລີຍວ່າແຊບແຮງ. ຊະນະເລີດ
ເປັນເມືອງທີ່ງາມທັງກາງຄືນ ແລະ ກາງເວັນ, ບັນຍາກາດດີ, ແລະ ມີສະຖານທີ່ທີ່ນ່າສົນໃຈຫລາຍ.
ຜູ້ອ່ານຄົນໃດທີ່ມັກຖ່າຍຮູບ ຫລື ມັກເລື່ອງຂອງສະປັດຕະຍະກຳແມ່ນແນະນຳໃຫ້ຫາໂອກາດໄປຢ້ຽມເມືອງນີ້ ຈະບໍ່ເສຍໃຈເລີຍ. ຂະຫນາດຜູ້ຂຽນຖ່າຍຮູບບໍ່ງາມ ຮູບຍັງອອກມາງາມ.
14. Philadelphia, Pennsylvania
ຖ້າຜູ້ອ່ານຄົນໃດສົນໃຈດ້ານປະຫວັດສາດຂອງສະຫະຣັດ ເປັນບ່ອນທີ່ຕອບໂຈດເລີຍ ມີທັງ Liberty Bell, Independence National Historical Park, Philadelphia City Hall, ແລະ ອື່ນໆອີກ ບອກເລີຍວ່າຄົບຊຸດ.
ປະສົບການທີ່ຢາກມາເລົ່າເພີ່ມແມ່ນຕອນທີ່ໄປຫລີ້ນເມືອງນີ້ ເປັນຊ່ວງທີ່ ມີການປະທ້ວງ ເລື່ອງຂອງລັດຖະບານສະຫະຮັດໄປແຊກແຊງປະເທດອື່ນ. ຂະບວກປະທ້ວງແມ່ນຢູ່ຕໍ່ຫນ້າຫ້ອງການຂອງລັດຖະບານ ແະລະ ອັນທັງເປັນບ່ອນທ່ອງທ່ຽວ.
ນອກຈາກ, ເມືອງຈະມີປັດຕະຍະກຳແລ້ວ ເມືອງນີ້ຍັງເປັນບ່ອນຕັ້ງຂອງໂຮງຮຽນອັນດັບຕົ້ນໆຂອງປະເທດຕັ້ງຢູ່ນີ້ University of Pennsylvania ເຊິ່ງເປັນອາລົມແບບວ່າ campus ໂຮງຮຽນເຊື່ອມກັບຕົວເມືອງບາງສ່ວນ. ແບບງ່າຍກາຍຖະຫນົນຫນຶ່ງ ອາດຈະຕັດໄປ ຕຶກຮຽນຂອງມະຫາວິທະຍາໄລ.
13. Charlotte, North Carolina
ເມືອງນີ້ເຖິງແມ່ນວ່າໄປ 3 ເທື່ອດ້ວຍກັນ ໄປເທື່ອໃດແມ່ນບໍ່ຜິດຫວັງເພາະວ່າມັກທຳມະຊາດຂອງເມືອງນີ້ຫລາຍໂດຍສະເພາະຍາມໃບໄມ້ປົ່ງ. ເນື່ອງຈາກວ່າເປັນເມືອງທີ່ມີພູມມີສາດເປັນເນີນພູ ແຕ່ບໍ່ສູງຫລາຍ. ຕົ້ນໄມ້ນ້ອຍໃຫຍ່ພ້ອມທີ່ຈະຍາດກັນໂຊຄວາມງາມ.
ດາວທາວເມືອງນີ້ນອກຈາກສະຫມາມແຂ່ງ NBA (National Basketball Association) ຊື່ວ່າ: Spectrum Center (arena) ເຊິ່ງບ່ອນທີ່ໃຊ້ໃນການແຂ່ງຂັນກິລາ Basketball ຂອງເມືອງນີ້.
ອີກປະສົບການຫນຶ່ງທີ່ລືມບໍ່ໄດ້ເລີຍໃນເມືອງນີ້ແມ່ນການຫລີ້ນ Snow Tubing ຢູ່ທີ່ Hawksnest Tubing Park ເຊິ່ງເປັນສວນທີ່ໃຫຍ່ທີ່ສຸດໃນ East Coast ກ່ອນຈະຮອດແມ່ນຂ້າມພູໄປຫລາຍຫນ່ວຍ.
ການເດີນທາງແມ່ນໃຊ້ລົດສ່ວນຕົວໄປ ເຊິ່ງໃຊ້ເວລາປະມານ 2 ຊົ່ວໂມງຈາກ Charlotte. ໃນລະຫວ່າງທາງຈະເຫັນຕົ້ນໄມ້ທີ່ບໍ່ມີໃບໄມ້ ສ່ວນຕົວເຊື່ອວ່າຖ້າໄດ້ໄປຍາມໃບໄມ້ປົ່ງຈະງາມໂຄດໆ.
12. Raleigh, North Carolina
ເນື່ອງຈາກຜູ້ຂຽນມີພີ່ນ້ອງອາໄສຢູ່ລັດ North Carolina ທັງສອງເມືອງ Raleigh & Charlotte. ສະນັ້ນ, ຈຶ່ງມີໂອກາດໄດ້ພັກເຊົາຢູ່ 2 ເມືອງໃຫຍ່ຂອງລັດນີ້. ຄວາມເຫັນສ່ວນຕົວແມ່ນຄິດວ່າເມືອງ Raleigh ມີຄວາມທັນສະໄຫມຫລາຍກວ່າເມືອງ Charlotte. ເຖິງແມ່ນວ່າເມືອງ Charlotte ເປັນເມືອງໃຫຍ່ ແລະ ເປັນເມືອງເສດຖະກິດຂອງລັດ.
ເວລາອາໄສຢູ່ໂຕຈິງຍັງເຫັນຄວາມຈະເລີນຂອງເມືອງ Raleigh ມີຫລາຍກວ່າ ອາດເປັນຍ້ອນວ່າມີມະຫາໄລທີ່ຕິດອັນດັບຕົ້ນໆຂອງປະເທດຢູ່ຫັນ ແລະ ເປັນສູນກາງຂອງຫ້ອງການຂອງລັດຖະບານ.
ສິ່ງທີ່ປະທັບໃຈອີກອັນຫນຶ່ງຂອງລັດນີ້ແມ່ນການໄປຢ້ຽມຢາມຫນຶ່ງໃນມະຫາວິທະຍາໄລດັ່ງຂອງສະຫະລັດນັ້ນກໍຄື Duke University ຢູ່ໃນອັນດັບທີ 8 ມະຫາວິທະຍາໄລທີ່ດີທີ່ສຸດຂອງປະເທດ ຂອງສະຫະລັດ ( best-colleges, 2019) ແລະ ຕິດອັນດັບ 25 ຂອງມະຫາໄລທົ່ວໂລກ (topuniversities, 2019)
ສຳລັບບ່ອນທ່ອງທ່ຽວຂໍບອກວ່າຖືກໃຈຄົນທີ່ມັກຮຽນຮູ້ເພາະເມືອງນີ້ມີຫໍພິຕະພັນທີ່ເຂົ້າເບິ່ງຈົນເບື່ອພຸ້ນແຫລະ ມີທັງກ່ຽວກັບວິທະຍາສາດ North Carolina Museum Of Natural Sciences, ມີທັງປະຫວັດສາດຂອງລັດນີ້ North Carolina Museum Of History, ມີທັງປະຫວັດກ່ຽວກັບກັບທຳມະຊາດ Natural World iLab, ແລະອື່ນໆ.
ກ່ອນຈະຈົບກັບເມືອງ Raleigh ຮິວິວອີກດ້ານຫນຶ່ງຂອງເມືອງ ເຊິ່ງນັ້ນກໍຄືຊາຍຝັງທີ່ຕິດກັບມະຫາສະມຸດ Atlantic. ຂີ່ລົດອອກຈາກເມືອງປະມານ 3 ຊົ່ວໂມງຈະເຈີກັບທະເລທີ່ງາມຫລາຍ ອາດຈະບໍ່ດັ່ງເທົ່າກັບເມືອງທີ່ຈະເວົ້າເຖິງໃນ ເມືອງທີ່ມັກທີ່ສຸດອັນດັບ 11 ແຕ່ມີສະເຫນ່ລົ້ນເຫລືອເພາະເປັນເມືອງທີ່ບໍ່ມີຄົນຫລາຍພໍດີຢູ່, ຕຶກອາຄານກະຫນ້າຮັກຫນ້າຮັກ, ແລະ ມີຄວາມເປັນເມືອງຂອງຄົນຫາປາຫລາຍກວ່າເມືອງທ່ອງທ່ຽວ.
11. Miami, Florida
ກ້າວມາເມືອງທີ່ຂື້ນຊື່ກັບຊາຍຫາດງາມ, ທີ່ມີສະຖານທີ່ທ່ອງທ່ຽວ ແລະ ກິດຈະກຳຫລາກຫລາຍ ເມືອງ Miami .
ເມືອງ Miami ໂດ່ງດັງໃນເລື່ອງຄວາມງາມຂອງຫາດຊາຍງາມ ໃຫ້ພາບບັນຍາຍເອົາເອງເລີຍວ່າເປັນແນວໃດ?
ນອກຈາກຫາດຊາຍງາມແລ້ວເມືອງນີ້ຍັງມີດີເລື່ອງກິດຈະກຳທາງດ້ານສິລະປະທີ່ສ້າງຂື້ນ ແລະ ຮ່ອງຮອຍປະຫວັດສາດ. ເຊິ່ງ Landmark ທີ່ສຳຄັນຄວນໄປມີດັ່ງນີ້: South Beach, Vizcaya Museum & Gardens, Bayside Marketplace, Wynwood Walls, ແລະ ອື່ນໆ.
ຂໍຣີວິວການເດີນທາງພາຍໃນເມືອງເລັກນ້ອຍ, ຖືວ່າເມືອງເພີ່ນມີຄົມມະນາຄົມທີ່ຮອງຮັບນັກທ້ອງທ່ຽວໄດ້ດີ ເພາະເພີ່ນມີລົດເມຟຣີທີ່ແລນໄປສະຖານທີ່ຕ່າງໆທີ່ເປັນບ່ອນສຳຄັນ, ມີລົດເມປະຈຳສາຍແລ່ນໄປມາບໍ່ຂາດສາຍ, ບາງບ່ອນສາມາດຍ່າງເຊື່ອມກັນໄດ້. ແນ່ນອນ ພະເອກຄຽງຄູ່ກັບນັກເດີນທາງ Uber.
ເວົ້າເຖິງອາຫານ ແລະ ທີ່ພັກ, ຜູ້ຂຽນບໍ່ໄດ້ລອງຫລາຍສຳລັບອາຫານ ແຕ່ສຳລັບທີ່ພັກແມ່ນຖືກວ່າຫາງ່າຍ Airbnb ແລະ ໂຮງແຮມກໍ່ມີໃຫ້ເລືອກຫລາກຫລາຍ ແລ້ວແຕ່ສະດວກ.