2020 ປີນີ້ເປັນປີທີ່ໃຫ້ຄະແນນ 5.5/10
ເລື່ອງຊິວິດ: ປີ 2020 ເປັນປີທີ່ເປັນຜູ້ໃຫຍ່ອີກປີຫນຶ່ງ ໃຫຍ່ໃນທີ່ນີ້ບໍ່ແມ່ນອາຍຸ ແຕ່ເປັນເລື່ອງຂອງຄວາມຄິດ, ເຂົ້າໃຈໂລກ, ແລະ ເຂົ້າໃຈຕົນເອງຫລາຍແລ້ວຂື້ນ.
ປີນີ້ຖືວ່າເປັນປີທີ່ລົງທຶນນຳຕົ້ນເອງຫລາຍພໍສົມຄວນ ລົງທຶນໃນເລື່ອງຂອງອານາຄົດອີກ 20 ປີ ຫຼື ເວົ້າງ່າຍໆລົງທຶນໃນຍາມກະສຽນ ເພາະຜູ້ຂຽນເຊື່ອວ່າການລົງທຶນໃນຍາມອາຍຸຫນ້ອຍແບບນີ້ເປັນສິ່ງຊ່ວງເວລາທີ່ດີທີ່ສຸດ ມີຄຳເວົ້າຫນຶ່ງໄດ້ກວ່າວ່າ: “ມື້ທີ່ປູກຕົ້ນໄມ້ທີ່ດີທີ່ສຸດ ແມ່ນ 25 ປີກ່ອນ ແລະ ມື້ທີ່ດີຮອງລົງມາແມ່ນ ມື້ນີ້” ໄດ້ເງິນເກັບສ່ວນຫນຶ່ງກະບໍລໍຊ້າ ເອົາໄປປະໄວ້ເລີຍ. (ໃຜສົນເລື່ອງການລົງທຶນໃນຍາມກະສຽນ ວ່າເຮັດແນວໃດ ສາມາດຖາມໄດ້ເດີ)
ໃນ New Year Revolution ໃນ 2 ປີຕິດຕໍ່ກັນ ເລື່ອງກ່ຽວກັບຄອບຄົວບໍມີເອົາອອກ. ຖ້າໃຫ້ ສະທ້ອນເຫດການ ແລະ ເວລາທີ່ໃຊ້ໄປກະຢູ່ໃນລະດັບທີ່ນ່າພໍໃຈ ຕ້ອງຂອບໃຈ Covid19 ທີ່ເຮັດໃຫ້ຄົນສ່ວນຫລາຍໄດ້ເຮັດວຽກຢູ່ບ້ານ (Work From Home) ເຊິ່ງຜູ້ຂຽນກະນອນໃນຄົນສ່ວນນັ້ນ. ຕົວຢ່າງງ່າຍໆ ຖ້າບໍມີ Covid19 ຜູ້ຂຽນມີແຜນໄປທ່ອງທ່ຽວນຳໝູ່ ແຕ່ປີນີ້ໄດ້ຢູ່ນຳຄອບຄົວຫນົດ 4 ມື້. 😆
ປີໃຫມ່ສາກົນຕອນຮັບປີໃຫມ່ 2021 ກະເຊັນກັນ ຈາກທີ່ແຜນຈະໄປສວດມົນຂ້າມປີ ແຕ່ປີນີ້ອາດຈະໄດ້ເຄົາດາວນຳຄອບຄົວ. ສະຫຼຸບລວມສິ່ງທີ່ຕັ້ງໃຈຢາກເຮັດເພື່ອຄອບຄົວກະໄດ້ເຮັດ ຂອບໃຈທີ 2020 ໃຫ້ໂອກາດຂ້ອຍໄດ້ເຮັດຕາມຄວາມຕັ້ງໃຈມາຫລາຍປີ. ປີ 2021 ກະຍັງຈະສືບຕໍ່ໄປເພາະໂຄງການຂອງຄອບຄົວໃນປີນີ້ ເພາະໃຫ້ໂຈດຜູ້ຂຽນສູງຫລາຍ ບໍແມ່ນເລື່ອງກົດດັນໃຫ້ສ້າງຄອບຄົວເດີ ແຕ່ເປັນເລື່ອງອື່ນ.
ການງານຖືວ່າຢູ່ໃນລະດັບດີ ເພາະຜູ້ຂຽນໄດ້ຈົບໂຄງການ 2 ປີ Management Trainee ລຸ້ນ 2 ຢ່າງກະອັກເລືອດ. ຫຼັງຈາກຈົບ ກໍ່ໄດ້ຮັບໜ້າວຽກທີ່ຕັ້ງໃຈໄວ້ຕາມຄາດ ແນ່ນອນທ້າທາຍຄືເກົ່າ. ດ້ວຍຄວາມທີ່ຕົ້ນປີຍັງຢູ່ໃນໂຄງການແນ່ນອນ ຜູ້ຂຽນໄດ້ເຮັດສິ່ງໃຫມ່ໆທີ່ບໍເຄີຍເຮັດມາກ່ອນ ຕົວຢ່າງ: ໄດ້ລົງເຮັດວຽກຢູ່ຜ່າຍຜະລິດ ແລະ ຝ່າຍໂລຈິດຕິກ ເຊິ່ງບໍ່ຕົງກັບສາຍການຮຽນຂອງ ແຕ່ເຕັມໄປດ້ວຍສິ່ງທີ່ນ່າສົນໃຈ. ໄດ້ເຈີຄົນເກັ່ງໆໃນຫນ້າວຽກນັ້ນໆ.ຖືກວ່າທ້າທາຍລະດັບຫນຶ່ງແລ້ວກັບວຽກທີ່ຖືກມອບໝາຍມາ. ແຕ່ຈັງໃດກະບໍ່ສູ້ທ້າຍປີ 2020 ເພາະຫນ້າວຽກທີ່ໄດ້ຮັບແມ່ນຂ້າງຄ່ອນໜັກ ຕ້ອງໄດ້ອາໄສປະສົບການ ແລະ ຄວາມເຂົ້າໃຈເລື່ອງການເງິນ, ມີພື້ນຖານເລື່ອງຂອງ excel ພໍສົມຄວນ. ບໍຢາກບອກວ່າຜ່ານວຽກນີ້ມາໄດ້ ເພາະຍັງອີກ 2 ເດືອນຕໍ່ຈາກນີ້ທີ່ຕ້ອງໄດ້ຮັບຜິດຊອບ.
ຍອມຮັບວ່າເປັນປີທີ່ 2019 ໄດ້ປັບໂຕພໍສົມຄວນ ເພາະເປັນເດັກນ້ອຍຮຽນຈົບໃຫມ່ທີ່ບໍຮູ້ໂລກການເຮັດວຽກຫລາຍ ເຊິ່ງໄດ້ອາໄສປື້ມຫລາຍເຫັ້ມ (24 ເຫລັ້ມ 4 ຫມວດ) ແລະ ຟັງນັ້ນຟັງນີ້ (Podcast, Tedtalk, Blog Review) ເພື່ອຊ່ວຍໃຫ້ມີຄວາມເຂົ້າໃຈພື້ນຖານໃນຫນ້າວຽກນັ້ນໆເປັນຕົວຊ່ວຍ. ຕົກມາປີນີ້ ໄດ້ອ່ານປື້ມໄດ້ໜ້ອຍຫລາຍ ປະມານ 10 ກວ່າເຫລັ້ມ ຊ່ວຍຫລາຍຈະກ່ຽວກັບການໃຊ້ຊິວິດ ແລະ ການຫັດກາຍ. ເວົ້າແບບໂດຍລວມຜູ້ຂຽນຢາກເນັ້ນປະຕິບັດຫລາຍກວ່າອ່ານ ເຖິງແມ່ນວ່າອ່ານຫລາຍແຕ່ບໍ່ເອົາມາປະຕິບັດນັ້ນບໍມີຄວາມຫມາຍ.
ການຮຽນ: ເຖິງແມ່ນຂ້ອຍຈະຮຽນຈົບມາໄດ້ 3 ປີແລ້ວ ແຕ່ກໍຍັງສືບເນື່ອງມາຕິດໆ ທັງສາຍການຮຽນຕົນເອງແນ່ ທັງວິຊາທີ່ຕົນເອງສົນໃຈແນ່. ເພາະການຮຽນສິ່ງທີ່ຕ້ອງເອງບໍຄຸ້ນເຄີຍເປັນການອອກຈາກ comfort zone ທີ່ບໍເຄີຍເຈີ. ແນ່ນອນການອອກມາຈາກ zone ທິ່ຄຸ້ນເຄີຍເຮັດໃຫ້ໄດ້ເຈີຄົນທີ່ເກັ່ງໃນຮຽນສາຍທີ່ແຕກຕ່າງກັນ. ຖືວ່າຜູ້ຂຽນໂຊກດີທີ່ໄດ້ເຈີເຂົາເຈົ້າເຫລົ່ານັ້ນ ແລະ ໄດ້ມີໂອກາດເຮັດໂຄງການນຳກັນ.
ສຳລັບເລື່ອງສຸຂະພາບ: ເປັນອີກສິ່ງທີ່ບໍ່ຄາດຫວັງເພາະໄດ້ສືບຕໍ່ແລ່ນຕໍ່ຈາກປີ 2019 ທີ່ຢາກແລ່ນໄດ້ໄກ ແລະ ດີຂື້ນ. ນິຍາມການແລ່ນເປັນປີີທົດລອງວ່າຕົນເອງຈະຢູ່ນຳກິລານີ້ໄດ້ບໍ ລອງແລ່ນໃນສະຫມາມຕົວຈິງທັງສອງລາຍ 10k (Run for Her & Vientiane International Marathon 2019) ຜົນຂອງການແລ່ນຂອງປີກາຍນີ້ເຫັນຄວາມແຕກຕ່າງໂດຍສະເພາະເລື່ອງສຸພາບກາຍ ແລະ ຈິດໃຈດີຂື້ນ ມັນຍັງຊ່ວຍໃຫ້ຮູ້ສຶກຮັກໂຕເອງຫລາຍຂື້ນ. ປີ 2020 ນີ້ເປັນປີທີ່ທ້າທາຍໂຕເອງຫລາຍພໍສົມຄວນ ເພາະຕົ້ນປີຕັ້ງໃຈໄວ້ວ່າຢາກແລ່ນໄດ້ 21 ກິໂລ ໃນງານ Vientiane International Marathon 2019.
ແນ່ນອນໄລຍະໄກປະມານນີ້ຕົນຕ້ອງໄດ້ຝຶກຊ້ອມ ແລະ ຝຶກໃຫ້ຕໍ່ເນື່ອງ. ດ້ວຍຄວາມໂຊກດີ ຕົ້ນປີ 2020 ໄດ້ເຈີກັບທິມແລ່ນ RunRanRun ທີ່ມີບັນອ້າຍໆເອື້ອຍໆແລ່ນເກັ່ງເພີ່ນຊ່ວຍດືງເອົາເຮົາໄປແລ່ນແຕ່ເຊົ້າໆວັນເສົາ ຫຼື ທິດ ຈາກທີ່ເຄີຍລຸກແລ່ນຕອນເຊົ້າແຕ່ງານແລ່ນ ມາຮອດທ້າຍປີນີ້ ບອກໄດ້ເລີຍວ່າຕື່ນເຊົ້າຊໍ້າໃດກະໄດ້ ເພາະຮ່າງກາຍສາມາດປັບໂຕໄດ້ແລ້ວ. ຄວາມໂຊກດີຍັງບໍຫນົດເທື່ອເພາະຫລັງຈາກທີ່ Covid19.
ການລົງແລ່ນ Virtual Run Lao Challenge 2020 ເຊິ່ງໄລຍະ 1,569km ຈາກອັດຕາປື ຈົນຮອດ ຜົ້ງສາລີ ເຊິ່ງເລີ່ມຈາກວັນທີ 01/08–31/12/2020 ເທົ່າກັບເດືອນ 5 ລວມທີມກັບເອື້ອຍໆ Fit for Run ອີກ 2 ຄົນ ນັ້ນຫມາຍຄວາມວ່າຕ້ອງແລ່ນ 523km ຄິດໄລ່ສະເລ່ຍມື້ລະ 3.4km ຖ້າຄິດໄລ່ວ່າແລ່ນ 150 ວັນ.
ອີກເລື່ອງຫນຶ່ງທີ່ສໍາຄັນທີ່ຢາກແຊ ເພາະຮຽນຮູ້ຫລາຍ ນັ້ນກໍຄືຄວາມຮັກ: ຕົ້ນປີ 2020 ທີ່ຍອມຮັບວ່າສາຫັດເພາະຫລາຍ ບໍ່ຮູ້ວ່າຈະຮັບມືນຳຄວາມຮູ້ສຶກຜິດຫວັງໄດ້ແນວໃດ ຖືກວ່າການແລ່ນ ການຢູ່ກັບກິດຈະກໍາທີ່ເຮັດ, ການຢູ່ກັບວຽກທີ່ທ້າທາຍ ເຮັດໃຫ້ລືມເລື່ອງຄວາມຮັກທີ່ບໍສົມຫວັງໄປ. ຖ້າຖາມວ່າຈິດໃຈເປັນແນວໃດຖ້າທຽບກັບຕົ້ນປີຖືວ່າຕົນເອງເຂັ້ມແຂງຂື້ນຫລາຍ. ຖ້າຖາມຕື່ມໄປອີກວ່າຮູ້ສຶກ ຫລື ຮຽນຮູ້ນຳຮັກຄັ້ງກ່ອນແນວໃດ? ຕອບໄດ້ເລີຍວ່າ ຮຽນຮູ້ຫລາຍ ແຕ່ບໍເສຍດາຍກັບເວລາທີ່ເສຍໄປ ແລະ ໃຫ້ອະໄພກັບເລື່ອງທີ່ເກີດຂື້ນ.
ສຸດທ້າຍກະຕ້ອງໄດ້ Move On!!!
ສຳລັບຜູ້ຂຽນຫວັງວ່າປີ 2021 ຈະເປັນປີທີ່ດີ ທີ່ໄດ້ຮຽນຮູ້ອີກປີຫນຶ່ງ ທີ່ສໍາຄັນຂໍໃຫ້ເປັນປີທີ່ຮູ້ຈັກໂຕເອງ ແລະ ໄດ້ລອງຫລາຍໆສິ່ງທີ່ຍັງບໍເຄີຍເຮັດ ແຕ່ຢາກເຮັດ.
ຂໍໃຫ້ທຸກຄົນມີປີ 2021 ທີ່ສົມຫວັງດັ່ງຕັ້ງໃຈ!!
Have a good 2021 as you wish ✨ cheers!!