Lao Avocado Import

Nono Thipsavanh
Feb 18, 2024

--

ລະມັນກະມາຮອດ ການເດີນທາງໃຫມ່ ພາຍຫລັງທີ່ຢູ່ໃນວົງການເຮັດວຽກເປັນເວລາດົນ ຈິງໆກະດົນອີຫລີ ເຊິ່ງເວລາທີ່50ເປີເຊັນ ແມ່ນໃຊ້ເພື່ອຫາສິ່ງທີໂຕເອງມັກແທ້ໆ ແລະ ສິ່ງທີ່ມັກແມ່ນຫາລ້ຽງຊິບໄດ້.

ຖ້າກັບໄປຄິດ ແລະ ປຽບທຽບການປູກຕົ້ນອາໂວກາໂດ Avocado, 2 ປີແລກເປັນປີທີ່ເລືອກແນວພັນ, ກຽມປູກຝັງເຊັ່ນ ຂຸມດິນ, ຫົດນໍ້າ, ແລະ ໃສ່ຝຸ່ນ. 2 ປີຫລັງແມ່ນເກັບກ່ຽວ ແລະ ບຳລຸງຮັກສາໃຫ້ຕົ້ນໄມ້ຕົ້ນນັ້ນ. ຂັ້ນຕອນຕໍ່ໄປຂອງແາໂວກາໂດຕົ້ນນີ້ກຳລັງຈະ ສົ່ງໄປຂາຍຕ່າງປະເທດ ທີ່ຈະຕ້ອງໄປນັ່ງຢູ່ Shelf ທີ່ມີຫລາຍຜະລິດຕະພັນທົ່ວໂລກ ຢູ່ເມືອງອະທິອຸໄທ. ແມ່ນແລ້ວ! ຜູ້ຂຽນຈະເດີນທາງໄປສຶກສາຕໍ່ທີ່ຢີ່ປຸ່ນ ( ຕອນຂຽນຢູ່ແມ່ນກຳລັງເບິ່ງບົດຮຽນກຽມເສັງ ແລະ ກຽມເດີນທາງ ຮາຮາຮາ)

ຖ້າຜູ້ອ່ານຍັງຈື່ບົດຄວາມທີ່ຂຽນກຽມຂ້ອງກັບ ໂຄງການ Management Trainee ນ່າຈະຈື່ວ່າຜູ້ຂຽນເອງເຮັດວຽກຢູ່ບໍລິສັດເບຍລາວ ຂໍອັບເດດຫນ້ອຍ 1 ເຮົາຍ້າຍມາຢູ່ເບື້ອງຂອງບໍລິສັດໂທລະສັບ, ຊໍາຊຸງ ເປັນໄລຍະ 1 ແລ້ວ (ເລັ່ງເລວ່າຈະຂຽນດີບໍ ຮາຮາຮາ ເພາະຄືຊິຍາວວວ).

ແລະ ໃນໄວໆນີ້ເຮົາຈະຍ້າຍໄປ ສຶກສາຕໍ່ໃນສາຍທີ່ການທຸລະກິດ ບົດວິໄຈກ່ຽວກັບການຕະຫລາດ (ຫວັງວ່າ ອາຈານເພີ່ນໃຫ້ເຮົາເຮັດຫົວຂໍ້ນີ້ ສາທຸ)

ເອົາເປັນວ່າຂໍກຳລັງໃຈ ແລະ ແນ່ນອນເຮົາຈະເອົາປະສົບການມາແບ່ງປັນຢູ່ນີ້ນຳ

--

--

Nono Thipsavanh
Nono Thipsavanh

No responses yet