ຮິວິວປື້ມ: Mindset: The New Psychology of Success Reprint

Nono Thipsavanh
2 min readOct 14, 2020

ໂດຍ Carol S. Dweck

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ, blog ນີ້ຈະເປັນການ review ປື້ມເຫຼັ້ມທຳອິດຂອງຜູ້ຂຽນເລີຍກໍວ່າໄດ້. ປື້ມຫົວນີ້ມີຊື່ວ່າ Mindset ຂຽນໂດຍ Carol S. Dweck. ອອກໂຕເລີຍວ່າຕົນໄດ້ຖືກແນະນຳໃຫ້ອ່ານ. ເນື່ອງຈາກວ່າສ່ວນຕົວສົນໃຈຢາກລອງກວດສອບຕົນເອງວ່າເປັນຄົນທີ່ມີ Mindset ແບບໃດ ສະນັ້ນຈຶ່ງເຮັດໃຫ້ຜູ້ຂຽນບໍ່ລັງເລໃຈທີ່ຈະຮຽນຮູ້ໂຕເອງໃຫ້ຫຼາຍຂຶ້ນ.

ຜູ້ຂຽນອ່ານຈາກສະບັບພາສາອັງກິດ

ທີ່ມາຂອງຄຳວ່າ Mindset

Mindset ຫມາຍເຖິງ ວິທີຄິດ ເຊິ່ງຈະສົ່ງຜົນຕໍ່ການກະທຳ ແລະ ວິທີ່ເບິ່ງໂລກ ແລະ ສິ່ງອື່ນໆ. ເຊິ່ງຈະແບ່ງອອກເປັນ Growth Mindset ແລະ Fixed Mindset ຫລັກໆ.

Fixed Mindset Vs. Growth Mindset

Fixed Mindset

ຄົນທີ່ມີ fixed mindset ຈະເປັນຄົນທີ່ເຊື່ອວ່າທຸກຢ່າງນັ້ນບໍ່ສາມາດປ່ຽນແປງໄດ້ ຢ່າງເຊັ່ນ ຄົນເກັ່ງຫລາຍໆຄົນເຊື່ອວ່າ ເຂົາເຈົ້າເກັ່ງຍ້ອນພອນສະຫວັນທີ່ຕິດຕົວມານຳເຂົາເຈົ້າຕັ້ງແຕ່ເກີດ. ຄົນທີ່ມີ fixed mindset ຈະຄິດວ່າຄວາມພະຍາຍາມເປັນເລື່ອງຂອງຄົນທີ່ບໍ່ເກັ່ງ. ຖ້າເຂົາເຈົ້າເຫັນວ່າຄົນຜູ້ຫນຶ່ງໃຊ້ຄວາມພະຍາຍາມໃນສິ່ງໃດສິ່ງຫນຶ່ງ ເຂົາເຈົ້າຈະຕັດສິນທັນທີວ່າຄົນຜູ້ນັ້ນບໍ່ມີຄວາມສາມາດ ແລະ ບໍ່ເກັ່ງພໍ.

ຄົນທີ່ມີ fixed mindset ຈະມີຄວາມພະຍາຍາມທີ່ຈະພິສູດຕົນເອງຢູ່ສະເໝີ ເພື່ອໃຫ້ແນ່ໃຈວ່າຕົນມີຄວາມສາມາດເຫນືອກວ່າຄົນອື່ນໆ. ໃນເວລາທີ່ເຮັດຫຍັງຜິດພາດຈະໂທດວ່າເປັນຄວາມຜິດຂອງຄົນອື່ນ ແລະ ຮ້າຍແຮງໄປກວ່ານັ້ນແມ່ນການບໍ່ຮຽນຮູ້ຈາກຂໍ້ຜິດພາດທີ່ເກີດຂຶ້ນ.

ອີກດ້ານຫນຶ່ງ, ຄົນທີ່ມີ fixed mindset ທີ່ບໍ່ມີຄວາມສາມາດ ຈະຄິດວ່າຕົນເອງບໍ່ເກັ່ງມາແຕ່ເກີດ ແລະ ບໍ່ສາມາດເປັນຄົນທີ່ພັດທະນາໄດ້ ເວລາເຮັດຫຍັງຜິດພາດຈະໂທດຕົນເອງວ່າເປັນ “ຄົນຂີ້ແພ້”.

ພາບທີ່ສະທ້ອນໃຫ້ເຫັນ ສະຫນອງຂອງຄົນທີ່ມີ growth mindset ແລະ fixed mindset

ພາບທີ່ສະທ້ອນໃຫ້ເຫັນ ສະຫນອງຂອງຄົນທີ່ມີ growth mindset ແລະ fixed mindsetGrowth Mindset

ໃນທາງກົງກັນຂ້າມກັນຄົນທີ່ມີ growth mindset ຈະເຊື່ອວ່າທຸກຢ່າງສາມາດພັດທະນາໄດ້ ແລະ ສາມາດເກັ່ງຂື້ນໄດ້ ໂດຍການຝຶກຝົນ ແລະ ມີຄວາມຕັ້ງໃຈທີ່ຈະຮຽນຮູ້ຈາກຄວາມຜິດພາດຂອງຕົນເອງ. ເມື່ອໃດທີ່ຄົນມີ growth mindset ເຫັນປະສົບການຂອງຄົນທີ່ປະສົບຜົນສຳເລັດ ພວກເຂົາ ຈະພະຍາຍາມຊອກຫາເຫດຜົນ ແລະ ຮຽນຮູ້ຈາກຈຸດນັ້ນ.

ໂດຍທຳມະຊາດຂອງຄົນເຮົາຈະມີທັງ growth mindset ແລະ fixed mindset ຕ່າງແຕ່ວ່າອາດຈະມີສ່ວນໃດສ່ວນຫນຶ່ງຫລາຍ ກວ່າອີກສ່ວນຫນຶ່ງ. ໃນປື້ມຫົວນີ້ຍັງເວົ້າເຖິງບັນດາຄົນທີ່ມີ growth mindset ແລະ fixed mindset ທີ່ຢູ່ໃນບົດບາດຕ່າງໆໃນສັງຄົມ ເຊັ່ນ: Leader Mindset ແລະ Relationship Mindset.

Leader Mindset

ໂດຍທົ່ວໄປແລ້ວເຮົາອາດຈະເຫັນຄົນທີ່ມີຄວາມຄິດໃນມຸມຂອງຜູ້ນຳໃນອົງກອນ ຫລື ຕົວອົງກອນເອງປະມານວ່າ ຄົນມີຄວາມສາມາດເທົ່ານັ້ນຈຶ່ງສາມາດເຮັດວຽກສຳຄັນໆໄດ້ ແລະ ໃຫ້ຄຸນຄ່າກັບຄົນເກັ່ງໂດຍທຳມະຊາດ ແລະ ໃຫ້ຄຸນຄ່າຂອງການພັດທະນາສ່ວນຕົວ ແລະ ອົງກອນ ເຊິ່ງລັກສະນະເຫຼົ່ສນີ້ແມ່ນຜູ້ນຳໃນອົງກອນ ຫຼື ອົງກອນທີ່ມີຄວາມຄິດແບບ fixed mindset.

ເຊິ່ງ Carol S. Dweck ຊີ້ໃຫ້ເຫັນເຖິງອົງກອນ ຫລື ຜູ້ນຳໃນອົງກອນທີ່ມີຄວາມຄິດເເບບ growth mindset ຈະເຊື່ອໃນເລື່ອງຂອງການພັດທະນາຕົນເອງພ້ອມທັງພັດທະນາຄົນອື່ນ. ເຊິ່ງຄົນເຫລົ່ານັ້ນບໍ່ນຳເອົາອົງກອນເປັນເຄື່ອງມືໃນການສ້າງຄວາມຍິ່ງໃຫຍ່ຂອງຕົນ, ຄົນເຫລົ່ານັ້ນໃຊ້ກົນໄກໃນການເຕີບໂຕຂອງພະນັກງານ ແລະ ບໍລິສັດ.

Relationship Mindset

ທັດສະນະຄະຕິ ແລະ ຄວາມເຊື່ອແມ່ນອົງປະກອບຫນຶ່ງຂອງຄວາມສຳພັນໃນຮູບແບບຄູ່ຮັກແລະ ຄອບຄົວ.

ໃນຄວາມສຳພັນ, ຖ້າຫາກຄົນທີ່ມີ fixed mindset ມີແຟນຈະຄິດຕະຫລອດວ່າຄູ່ຮັກ ຫລື ແຟນນັ້ນມີຄຸນສົມບັດທີ່ບໍ່ປ່ຽນແປງ. ເຊັ່ນວ່າ: ຄິດວ່າຄູ່ຮັກຂອງຕົນຈະມີນິໄສຄືເກົ່າຕັ້ງແຕ່ມື້ທຳອິດທີ່ໄດ້ພົບກັນ.

ນອກຈາກນັ້ນ,ຄົນທີ່ມີ fixed mindset ຈະມີແນວຄິດທີ່ວ່າ ຄົນຮັກສາມາດອ່ານຄວາມຄິດຂອງຕົນໄດ້. ຄວາມເປັນຈິງແລ້ວມັນເປັນໄປບໍ່ໄດ້ເລີຍທີ່ຄົນເຮົາຈະສາມາດອ່ານຄວາມຄວາມຄິດຂອງຄົນອື່ນໄດ້ ມີພຽງແຕ່ການສື່ສານເທົ່ານັ້ນທີ່ຈະສາມາດເຮັດໃຫ້ຄວາມສຳພັນນັ້ນເດີນຫນ້າຕໍ່ໄປໄດ້. ໃນເມື່ອຄວາມສຳພັນຈົບລົງ ຄົນຜູ້ນັ້ນຈະໂທດຕົນເອງ. ຮ້າຍໄປກ່ວານັ້ນ ເຂົາຈະຫາໂອກາດເພື່ອທີ່ຈະແກ້ແຄ້ນກໍ່ເປັນໄດ້.

ເຊິ່ງຈະແຕກຕ່າງຈາກຄົນທີ່ມີ growth mindset ທີ່ພວກເຂົາອາດຈະຄິດໃນມຸມມອງທີ່ວ່າ ເມື່ອຄວາມຮັກໄດ້ຈົບລົງ ເຂົາຈະເຂົ້າໃຈ, ຍົກໂທດ, ແລະ ເດີນຫນ້າຕໍ່ໄປ. ເຖິງແມ່ນວ່າມັນຈະເຈັບປວດປານໃດກໍ່ຕາມ, ແຕ່ພວກເຂົາກໍຮຽນຮູ້ກັບຄວາມຮັກຄັ້ງນັ້ນ.

ເນື່ອງຈາກຄົນທີ່ມີ growth mindset ຈະຄິດວ່າທຸກຢ່າງສາມາດພັດທະນາໄດ້ເປັນພື້ນຖານຢູ່ແລ້ວສະນັ້ນໃນມຸມມອງຂອງຄວາມສຳພັນ ກໍຈະເຊື່ອສະເຫນີວ່າທຸກສິ່ງທຸກຢ່າງສາມາດປ່ຽນແປງໄດ້. ເຂົາສາມາດຍອມຮັບໃນຄວາມບໍ່ສົມບູນແບບຂອງສິ່ງຕ່າງໆ. ນອກນັ້ນ, ເຂົາຍັງເຊື່ອວ່າຄວາມຮັກທີ່ດີນັ້ນແມ່ນເກີດຈາກຄວາມພະຍາຍາມຈາກທັງສອງຝ່າຍ.

ເຮົາສາມາດປ່ຽນຈາກ fixed mindset ມາເປັນ growth mindset

ການຈະປ່ຽນຈາກ fixed mindset ມາເປັນ growth mindset ນັ້ນເປັນສິ່ງທີ່ເວົ້າຄືງ່າຍ ແຕ່ເຮັດຍາກ. ເຖິງຢ່າງໃດກໍຕາມ, Carol S. Dweck ເພີ່ນຮັບປະກັບວ່າ ເຮົາສາມາດປ່ຽນໄດ້ ພຽງແຕ່ຕ້ອງເຊື່ອວ່າເຮົາສາມາດປ່ຽນໄດ້ເສຍກ່ອນ.

ເຊິ່ງເຮົາສາມາດສ້າງສະພາບແວດລ້ອມໃຫ້ເປັນສະຖານທີ່ສຳລັບການຮຽນຮູ້ໂດຍ:

  • ໃຫ້ຄິດສະເຫນີວ່າ ທັກສະໃນດ້ານຕ່າງໆ ສາມາດຮຽນຮູ້ໄດ້
  • ສໍາລັບອົງກອນທີ່ມີຄວາມຄິດແບບ fixed mindset ນັ້ນຕ້ອງເປີດໂອກາດ ແລະ ສ້າງສິ່ງແວດລ້ອມໃຫ້ອົງກອນເປັນບ່ອນທີ່ໃຫ້ຄຸນຄ່າຂອງການຮຽນຮູ້ຢ່າງຕໍ່ເນື່ອງ ແລະ ບໍ່ຄວນໃຫ້ຄຸນຄ່າກັບຄວາມເກັ່ງ ຫລື ການມີພອນສະຫວັນຈາກທຳມະຊາດ ຫລາຍກວ່າຄວາມພະຍາຍາມ
  • ການໃຫ້ feedback ຢ່າງສະຫມໍ່າສະເຫມີ ເພື່ອໃຫ້ເກີດການຮຽນຮູ້ໄດ້ໄວ

ຂໍຄິດອັນຫນຶ່ງທີ່ຫລາຍຄົນຄວນເອົາມາພິຈາລະນາ ຄືການສອນລູກ: ປື້ມຫົວນີ້ແນະນຳວ່າເຮົາບໍ່ຄວນ ຍ້ອງລູກຫຼາຍເກີນໄປ ຫລື ຫນ້ອຍເກີນໄປ ແຕ່ຄວນຢູ່ໃນລະດັບທີ່ພໍດີ ເພາະສິ່ງເຫລົ່ານີ້ລ້ວນແລ້ວແຕ່ສ້າງ growth mindsetແລະ fixed mindset. ຕົວຢ່າງ: ຖ້າຫາກລູກຂອງທ່ານບໍ່ຊະນະການແຂ່ງຂັນທີ່ສຳຄັນໃນຊິວິດຂອງລາວ ສິ່ງທີ່ພໍ່ແມ່ຄວນເຮັດຄືການ ເວົ້າຄວາມຈິງໃຫ້ລູກຂອງທ່ານວ່າຍ້ອນຫຍັງຄືບໍ່ຊະນະ ຫລີກລ່ຽງການປອບໃຈທີ່ເກີນຄວາມເປັນຈິງ ຫລື ລັກສະນະໂທດຄູ່ແຂ່ງຂັນ, ໂທດຜູ້ຕັດສິນ, ໂທດນັ້ນໂທດນີ້ ແຕ່ບໍ່ຍອມໂທດລູກຕົນເອງ. ເພາະມັນຈະມີຜົນກໍ່ໃຫ້ເກີດ mindset ທີ່ບໍ່ດີ ແລະ ກາຍເປັນຄົນທີ່ມີ fixed mindset ໃນທີ່ສຸດ.

ເພາະແນວຄວາມຄິດຂອງຄົນເຮົານັ້ນມີສ່ວນສຳຄັນຕໍ່ຄວາມກ້າວຫນ້າໃນການເຮັດວຽກ ແລະ ການໃຊ້ຊິວິດໃນໂລກປະຈຸບັນ. ສະນັ້ນ, ການຝຶກໃຫ້ຕົນເອງໃຫ້ມີຄວາມຄິດແບບ growth mindset ຈຶ່ງເປັນສິ່ງສໍາຄັນທີ່ເຮົາຄວນຈະພິຈາລະນາໄປຄຽງຄູ່ກັນກັບທັກສະໃນດ້ານອື່ນໆ.

ຂໍຂອບໃຈທີ່ຕິດຕາມເດີ ແພງເດະ 😚😚

--

--