Nono Thipsavanh
6 min readJun 3, 2019

Recap ຮຽນແລກປ່ຽນ ທີ່ Michigan, US

ເມື່ອເຈີຄຳຖາມວ່າ ປະເທດລາວຢູ່ໃສ? Where is Laos? ມາຕະຫລອດ 10 ເດືອນນັ້ນຂ້ອຍຕອບແນວໃດ ແລະ ຕ້ອງເຮັດແນວເພື່ອໃຫ້ຫມູ່ ຫລື ຄົນເມກາຮູ້ປະເທດລາວຫລາຍຂື້ນ?

ທີ່ສະຫນາມບິນວັດໄຕ, ນະຄອນຫລວງວຽງຈັນ, ວັນທີ 17 ສິງຫາ

ມືຊ້າຍຈັບ boarding pass (ມືຂວາຈັບໂທລະສັບຖ່າຍຮູບ ຮາຮາຮາ)ທ້ຽວບິນ ຊັ້ນ Business class ຂອງສາຍການບິນ Lao Airline ມຸງຫນ້າໄປ Seoul Korea ເຊິ່ງໃຊ້ເວລາ 6 ຊົ່ວໂມງ. ຄວາມຮູ້ສຶກນະຕອນນັ້ນແມ່ນທັງຕື່ນເຕັ້ນ, ດີໃຈ ແລະ ໃຈຫາຍທີ່ຈະໄດ້ຈາກບ້ານ 10 ເດືອນ. ເພາະການທີ່ເຮົາຢາກພັດທະນາດ້ານພາສາ ແລະ ເບິ່ງໂລກກວ້າງ. ມັນເປັນການອອກຈາກ comfort zone ທີ່ສຳຄັນອີຫລີ.

ເລື່ອງຂອງການເດີນທາງຄັ້ງນີ້ ເປັນການເດີນທາງທີ່ຍາວພໍສົມຄວນສຳລັບຂ້ອຍ. ເພາະເດີນທາງເທື່ອນີ້ໃຊ້ເວລາປະມານ 26 ຊົ່ວໂມງ ຕໍ່ຍົນ 3 ເທື່ອ. ສາຍການບິນຂອງຂ້ອຍຈະແມ່ນເລີ່ມຕົ້ນຈາກເດີນບິນວັດໄຕ ໄປຫາ Incheon International Airport, Seoul Korea

Premium 79K, Delta

ຫລັງຈາກທີ່ຜ່ານການເຫີນຟ້າມາເປັນເວລາຫລາຍຊົ່ວໂມງ ສຸດທ້າຍຂ້າພະເຈົ້າກະຮອດເມືອງ Detroit, Michigan ແຕ່ການເດີນທາງຄັ້ງນີ້ຍັງບໍຈົບ ເນື່ອງຈາກວ່າເມືອງທີ່ຂ້ອຍໄປຮຽນແມ່ນ Saginaw ທີ່ຫ່າງຈາກເມືອງຫລວງປະມານ 3 ຊົ່ວໂມງ .ເນື່ອງຈາກວ່າ, ທ້ຽວບິນຂອງເມືອງທີ່ຂ້ອຍໄປຮຽນນັ້ນມີຕະຫລາດສະນັ້ນຄົນຈຶ່ງສາມາດບິນພາຍໃນມື້ນັ້ນ ດ້ວຍສາຍການບິນ Delta, DL4580.

ມັນມີ highlight ທີ່ປະທັບໃຈຢູ່ທ້ຽວບິນ Delta DL 158 ເຊິ່ງຂ້ອຍໄດ້ຊັ້ນ Premium ທີ່ມີບ່ອນນັ່ງໃກ້ກັບ Pilots, ຢູ່ຊັ້ນສອງຂອງຍົນ ແລະ ມີແຕ່ 10 ບ່ອນນັ່ງ(ຄັນຈື່ບໍ່ຜິດ) ແບບຢ່າງຈະບອກວ່າ executive

ຄວາມໂຊກດີມັນກໍ່ມາຄຽງຄູ່ກັບຄວາມໂຊກຫາຍ ເພາະຂ້ອຍຕົກຍົນເນື່ອງຈາກຕ້ອງໃຊ້ເວລາໃນກວດຄົນເຂົ້າເມືອງ (ທີ່ຮູ້ດີວ່າເຄັ່ງປານໃດສຳລັບຄົນເອເຊຍ ໂດຍສະເພາະຄົນລາວ).

ນີ້ແມ່ນສະເພະແຕ່ສ່ວນການເດີນທາງໃດຜູ້ອ່ານເອີຍ ເພື່ອກັນບັນຍາຍຍາວຈົນເກີນໄປ ໃນສ່ວນຂອງປະສົບປະການການໄປແລກປ່ຽນ ແລະ ການຮັບມືຈາກຄຳຖາມທີ່ບໍ່ຢາກຕອບມາຕະຫລອດ 10 ເດືອນນັ້ນຂ້ອຍເຮັດແນວໃດ. ຂໍແບ່ງອອກເປັນ 9 ສ່ວນທີ່ສຳຄັນເທົ່ານັ້ນ.

1. ເມືອງ Saginaw ລັດ Michigan

ຂໍອານຸຍາດຜູ້ອ່ານ ອະທິບາຍພູມມີສາດຂອງ ລັດ Michigan ກ່ອນເສຍເນາະ. ລັດ Michigan ຕັ້ງຢູ່ພາກເວັນອອກສ່ຽງເຫນືອຂອງປະເທດເຊິ່ງມີທິດເຫມືອຕິດກັບທະເລຊາບທີ່ໃຫຍ່ທີ່ສຸດໃນເມກາຊື່ວ່າ Great Michigan Lake ແລະ ຕິດກັບປະເທດແຄນນາດາ ມີປະຊາກອນຢູ່ປະມານ
9,995,915 ຄົນ (Wiki, 2018)(ຖືກວ່າປະຊາກອນຫລາຍກວ່າປະເທດລາວ 2ລ້ານກວ່າຄົນ) ເມືອງຫລວງແມ່ນ Lansing ແລະ ມີເມືອງໃຫຍ່ຊື່ວ່າ Detroit.

ມຸມສູງຂອງເມືອງ Saginaw

ທີ່ໄດ້ກ່າວໄປໃນຊ່ວງຂອງການເດີນທາງ ວ່າເມືອງທີ່ຂ້ອຍຮຽນຢູ່ນັ້ນແມ່ນ ເມືອງ Saginaw ເຊິ່ງຕັ້ງຢູ່ພາກກາງຂອງລັດ Michigan ມີປະຊາກອນ 48,677 ຄົນ(2018) ເຊິ່ງຈະມີຄວາມໃກ້ກັບ Bay ຂອງທະເລຊາບ Michigan ໂດຍລວມກໍຄືຈະເຢັນເພາະມີລົມພັດຈາກທະເລຊາບເລື່ອຍໆ ຖ້າຮອດຍາມຫນາວແມ່ນຈະຫນາວຄູນສາມ.

2. ການໃຊ້ຊີວິດຢູ່ພຸ້ນເປັນແນວໃດ?

ທີ່ຈິງບໍແມ່ນຄັ້ງທຳອິດທີ່ຂ້ອຍໄດ້ໃຊ້ຊີວິດຢູ່ຕ່າງປະເທດ ເພາະກ່ອນຫນ້ານີ້ເຄີຍຢູ່ປະເທດເພື່ອນບ້ານມາ 3 ເດືອນ. ແຕ່ຄັ້ງນີ້ເຮັດໃຫ້ຮູ້ສຶກວ່າເປັນຄັ້ງທຳອິດຢູ່ດີ ເພາະຂ້ອຍຕ້ອງໄດ້ຢູ່ຫໍພັກນັກສຶກສາ ແລະ ຢູ່ດ້ວຍຕົນເອງເຕັມໂຕ.

ຂ້ອຍເຄີຍໄດ້ຍິນຜູ້ໃຫຍ່ຫລາຍຄົນເວົ້າວ່າ: “ຖ້າໃຜບໍເຄີຍຢູ່ບ້ານພີ່ນ້ອງ ຫລື ຢູ່ຫໍພັກດ້ວຍຕົນເອງຈະບໍ່ຮູ້ຈັກລົດຊາດຊີວິດ”

ສຳລັບຂ້ອຍຄຳທີ່ເພີນເວົ້ານັ້ນຖືກສ່ວນຫນຶ່ງແຕ່ອາດຈະຮູ້ລົດຊາດຂອງຊີວິດສ່ວນຫນຶ່ງ ແຕ່ບໍ່ແມ່ນທັງຫນົດ. ຍອມຮັບວ່າມັນບໍ່ງ່າຍເລີຍທີ່ຈະຕ້ອງອາໄສຢູ່ກັບຄົນອື່ນທີ່ບໍ່ແມ່ນຄອບຄົວຕົນເອງ, ຄົນທີ່ມີພື້ນຖານຕ່າງກັນ, ຄົນທີ່ຕ່າງພໍ່ຕ່າງແມ່ ມັນຕ້ອງອາໄສຄວາມເຂົ້າອົກເຂົ້າໃຈ ແລະ ຄວາມເກັງໃຈ ເພື່ອໃຫ້ທຸກຄົນຢູ່ຮ່ວມຫລັງຄາດຽວກັນສາມາດຢູ່ນຳກັນໄດ້.

ກ່ອນຈະເດີນທາງ ຂ້ອຍກັງວົນມາຕະຫລອດວ່າຕົນເອງຈະໄດ້ພັກແນວໃດ, ຫ້ອງພັກຈະມີຫນ້າຕາເປັນແນວໃດ ແລະ ຈະໄດ້ພັກນຳໃຜ. ພໍແຕ່ຮອດຫ້ອງ, ຄວາມກັງວົນກະຫນົດໄປເພາະທາງຜູ້ໃຫ້ທຶນເພີ່ນຈັດຫ້ອງນອນສ່ວນຕົວໃຫ້ (ໂຄດປື້ມເລີຍ)

ແຕ່ໃຫ້ຫ້ອງຊຸດທີ່ຂ້ອຍໄດ້ນັ້ນແມ່ນຕ້ອງແຊນຳ roommate ສາມ ຄົນ ເຊິ່ງຈະແມ່ນ ຄົນເມກາສອງຄົນ ແລະ ຄົນຝຮັ່ງ.

ຫລັງຈາກຕົບແຕ່ງຫ້ອງນອນໃຫ້ຄືຫ້ອງນອນ ທັງຫນົດຂອງຫ້ອງ
My warm dorm, Pine Grove Residence Hall

ຫໍຂອງຂ້ອຍຈະເປັນແບ່ງເປັນສອງຊັ້ນ. ຊັ້ນຫນຶ່ງຈະເປັນສ່ວນຫ້ອງຄົວ, ໂຕະກິນເຂົ້າ, ມີຫ້ອງນໍ້າ 1 ​ຫ້ອງ ແລະ ສ່ວນຂອງຫ້ອງນັ່ງຫລີ້ນ. ສຳລັບຊັ້ນສອງຈະເປັນສ່ວນຂອງຫ້ອງນອນ ເຊິ່ງຈະມີສີ່ຫ້ອງນອນ ແລະ ມີຫ້ອງນໍ້າຫນຶ່ງຫ້ອງ. ນັ້ນຫມາຍຄວາມວ່າຂ້ອຍຈະມີສ່ວນຕົວເປັນຂອງຕົນເອງ ແລະ ແຊຫ້ອງນໍ້ານຳ roommates.

ເນື່ອງຈາກຂ້ອຍຕ້ອງໄດ້ໃຊ້ຊິວິດ 10 ເດືອນຢູ່ ຫໍພັກທີ່ຖືກຈັດໄວ້ໃຫ້ ຂ້ອຍຖືວິສາສະຕົບແຕ່ງຫ້ອງເລັກນ້ອຍ. (ເສຍດາຍທີ່ເອົາເຄື່ອງບາງຢ່າງກັບບໍ່ໄດ້)

ຫ້ອງນອນຫລັງຈາກ ສາມເດືອນຜ່ານໄປ

ຂ້ອຍຈື່ຈາກ ອຈ ທີ່ເພີ່ນໄປຮັບຂ້ອຍຢູ່ເດີນບິນ ເພີ່ນບອກວ່າ Saginaw ຈະຫນາວຫລາຍ ແລະ ຫິມະຈະຕົກຄ່ອນຂ້າງຫນັກ. ເມື່ອໄດ້ຂໍ້ມູນແນວນນັ້ນ ບໍ່ວ່າຈະຜ້າຫົ່ມ, ເສື້ອກັນຫນາວ, ແລະ ຖົງຕີນ ນັ້ນຕ້ອງຫນາເປັນພິເສດ. ບໍຢາກເວົ້າເຖິງເກີບ, ແນ່ນອນມັນຕ້ອງອຸ່ນ ແລະ ຍາວ ບໍສັນຕີນແຂງ. ແລະ ສຸດທ້າຍຂ້ອຍກະບໍເສຍແຮງ ແລະ ເງິນກຽມ (55555)

Through my window

3. ເລື່ອງວ່າດ້ວຍການຮຽນ

ການໄປຮຽນແລກປ່ຽນຄັ້ງນີ້ ຂ້ອຍຈະໄດ້ເຂົ້າຮຽນຢູ່ມະຫາໄລ 2 ເທີມ ໄດ້ແກ່: ເທີມທຳອິດຈະເປັນການກະກຽມພາສາ ຫລື ເອີ້ນວ່າ English Language Program ສຳລັບນັກສຶກສາຕ່າງປະເທດ ເຊິ່ງຈະເປັນການຮຽນເພື່ອກະກຽມຄວາມພ້ອມໃນກ່ອນການເຂົ້າຮຽນໃນມະຫາໄລ ຫລັກສູດດັ່ງກ່າວຈະເນັ້ນການອ່ານ, ການຂຽນ, ການເວົ້າ, ການຟັງທີ່ເປັນ academics ເປັນຫລັກ.

ຂໍແນະນຳສຳລັບຜູ້ອ່ານທີ່ສົນໃຈໄປຮຽນຢູ່ສະຫະລັດນັ້ນລອງສະຫລະເວລາລົງ English Language Program (ເຊື່ອວ່າໂຮງຮຽນຫລາຍບ່ອນນັ້ນມີຫລັກສູດນີ້) ຜູ້ອ່ານຈະໄດ້ມີເວລາປັບໂຕເອງໃຫ້ເຂົ້າກັບລະບົບການຮຽນເຂົາເຈົ້າ. ທີ່ສຳຄັນຜູ້ອ່ານຈະໄດ້ຫມູ່ໃຫມ່ ທີ່ມີອາດຈະເປັນ classmates ໃນອານາຄົດກໍ່ເປັນໄດ້.

Textbook ຫົວຫນຶ່ງກະທີ່ກີນເງິນໄປແລ້ວ $40

ຫລັງຈາກເສັງຈົບທີມຫນຶ່ງ ແລະ ພັກເທີມເປັນເວລາ 1ເດືອນປາຍ. ເທີມ ສອງກໍກ້າວເຂົ້າມາ ສຳລັບເທີມນີ້ເປັນເທີມທີ່ຕ້ອງໄດ້ນັ່ງຮຽນໃນຮົ້ວມະຫາໄລ ເຊິ່ງສາຂາຮຽນຂອງຂ້ອຍກໍຈະເປັນ World Literature ເຊິ່ງເປັນສາຂາທີ່ສອດຄ້ອງກັບສາຂາທີ່ຮຽນຢູ່ລາວນັ້ນກໍຄື Art of English.

ຖາມວ່າຮຽນຍາກບໍຮຽນ World Literature? ຕອບຄວາມເປັນຈິງ ແມ່ນບໍຍາກ ແລະ ບໍງ່າຍ ທີ່ຈິງນ່າຈະເປັນຍ້ອນວິຊາທີ່ຮຽນອາດຈະບໍແມ່ນແກ່ນແທ້ຂອງ World Literature ຫລາຍກວ່າ ຖ້າເຈີວິຊາຂອງ World Literature ຈັງໆອາດຈະບອກຍາກເປັນຍາກກໍເປັນໄດ້.

ຄືວິຊາທີ່ຂ້ອຍຮຽນປະກອບມີ 2 ວິຊາຕ້ອງກ່ຽວກັບສາຂາຮຽນ, 1 ວິຊາທີ່ກ່ຽວກັບປະເທດສະຫະລັດ, ແລະ 1 ວິຊາເປັນວິຊາທີ່ເລືອກມີໄດ້ແກ່: Political System, English for successful ( 2 ນີ້ສຳລັບວິຊາຕ້ອງກ່ຽວກັບສາຂາຮຽນ) American Public Speaking (ວິຊາທີ່ກ່ຽວກັບປະເທດສະຫະລັດ), ແລະ Financial Analysis (ວິຊາທີ່ຂ້ອຍເລືອກໄດ້).

ຕ້ອງຍອມຮັບວ່າຄ່ອນຂ້າງຫນັກສຳລັບຂ້ອຍ ເພາະມັນຈະມີ homework, assignment, paper, quiz…… ທຸກວິຊາ ແລະ ທຸກທິດ. ຕ້ອງໄດ້ອ່ານຫລາຍ, ຂຽນຫລາຍ, ແລະ ເວົ້າຫລາຍພໍຊົມຄວນ (ແຕ່ດຽວນີ້ລືມແນ່ແລ້ວ)

4. ຫ້ອງຮຽນ ແລະ Campus

ລືມບອກໄປວ່າ ມະຫາວິທະຍາໄລຊື່ຫຍັງ (ແຮ່) ມະຫາໄລແມ່ນຊື່ Saginaw Valley State University (SVSU) ເຊິ່ງເປັນມະຫາວິທະຍາໄລຂອງລັດຖະບານ ສ້າງຕັ້ງຂື້ນໃນປີ 1963 ໄລ່ໄປໄລ່ມາກະປະມານ 56 ປີ ຖືວ່າຍັງເປັນມະຫາໄລທີ່ youngest ຂອງປະເທດ. ສ່ວນຕົວຖືກວ່າມະຫາໄລເພີ່ນມີ campus ທີ່ອອກແບບມາດີພໍຊົມຄວນ ແລະ ມີການແບ່ງເຂດຊັດເຈນ. ສ່ວນຕົວມັກ residence hall ເຊິ່ງມັນເພີ່ນຄິດມາແລ້ວວ່ານັກຮຽນຕ້ອງການຄວາມເປັນສ່ວນຕົວເວລາຮຽນ ແຕ່ຍັງມີ center halls ໃຫ້ນັກຮຽນອອກມາຫລີ້ນກິດຈະກຳໄດ້ອີກ.

ທີ່ສຳຄັນບໍເວົ້າບໍໄດ້ເລີຍແມ່ນຫ້ອງສະຫມຸດຂອງມະຫາໄລ ທີ່ເພີ່ນມີຊັ້ນຫນຶ່ງສຳລັບຕິວບົດຮຽນ ແລະ ມີມຸມ silence zone.

5. ຄົນອາເມກາເປັນແນວໃດ?

ມີຫລາຍຄົນແນະນຳມາວ່າຖ້າຢາກເກັ່ງພາສາຕ້ອງຫາຫມູ່ ຫລື ແຟນ ຄົນຕ່າງປະເທດ. ຜູ້ຂຽນເຫັນດີໃນຈຸດນີ້ເນາະ ເພາະຕະຫລອດເວລາທີ່ໃຊ້ເວລາຢູ່ພຸ້ນ ຜູ້ຂຽນໄດ້ພົວພັນກັບຫມູ່ຄົນຕ່າງປະເທດພໍສົມຄວນ ບໍ່ວ່າຈະເປັນ Roommates, ຫມູ່ໃນ club, ແລະ classmates.

My Best Roommates on Earth

ຖືກວ່າຂ້ອຍໂຊກດີທີ່ມີ Roommates ທີ່ຫນ້າຮັກ ທີ່ສະຫນັບສະຫນູນຂ້ອຍທຸກຢ່າງ ແລະ ຢູ່ໃນຍາມທີ່ຂ້ອຍບໍສະບາຍ. ເຂົາເຈົ້າເປັນອາຈານສອນພາສາທີ່ດີທີ່ສຸດ ແລະ ເປັນທູດວັດຖະນາທຳຂອງປະເທດເມກາ ແລະ ຝຮັ່ງ. ທຳອິດເຂົາເຈົ້າບໍຮູ້ວ່າປະເທດລາວຢູ່ໃສ? ບໍ່ເປີດໃຈຮັບຂ້ອຍເພາະຂ້ອຍເປັນຄົນມາຈາກປະເທດທີ່ລະບົບຕ່າງເຂົາເຈົ້າ ແຕ່ສຸດທ້າຍເຂົາເຈົ້ານັ້ນເປັນທຸກຢ່າງ ເປັນຄົນເຕີມເຕັມເຮັດໃຫ້ຊີວິດນັກສຶກສາແລກປ່ຽນຂອງຂ້ອຍມີຄວາມຫມາຍ. ເວົ້າມາລະຄິດຮອດເຂົາເຈົ້າ.

My favorite people

ນອກຈາກ, roommates ແລະ ຫມູ່ເພື່ອນທີ່ກ່າວໄປກ່ອນຫນ້ານີ້ແລ້ວ ກໍມີ Host Family ນີ້ແຫລະທີ່ເຮັດໃຫ້ຂ້ອຍໄດ້ຮັບປະສົບການ ແລະ ວັດຖະນະທຳຂອງເມກາຢ່າງຄົບລົດ.

Super Host

ຂໍແນະນຳໃຫ້ຮູ້ຈັກ Host Family ທັງ 2​ ຄົວຄອບ. ເຊິ່ງຄອບຄົວແລກຈະມີຄວາມຄືກັນກັບຄອບຄົວແທ້ຂ້ອຍ ທີ່ເປັນຄອບຄົວຄູອາຈານ ແລະ ອີກຄອບຄົວເພີ່ນຈະລູກສາວທີ່ຫນ້າຮັກແບບນີ້. ເວລາຂ້ອຍຄິດຮອດຫລານໆຢູ່ລາວ ກໍມີເຂົາເຈົ້ານີ້ແຫລະທີ່ມາຫລີ້ນນຳໃຫ້ເຊົາຄິດຮອດ.

6. ຫມູ່ໃຫມ່ເພີ່ມ(ເກືອບ)ທົ່ວໂລກ

ຍອມຮັບວ່າ ເມກາເປັນປະເທດໃນຝັນທີ່ຢາກມາສຶກສາ ຫລື ແມ້ກະທັງປະເທດທີ່ຢາກໃຊ້ຊີວິດໃຫມ່ຂອງຫລາຍໆຄົນ. ຈາກພົບປະ ແລະ ສອບຖາມຫມູ່ຕ່າງປະເທດຫລາຍຄົນກໍຕອບສຽງດຽວກັນ.

ບໍນ່າແປກໃຈເລີຍທີ່ຂ້ອຍຈະໄດ້ເຈີຫມູ່ໃຫມ່ຢູ່ນີ້ເກືອບທຸກປະເທດໃນໂລກ ບາງປະເທດຮອດບໍ່ເຄີຍໄດ້ຍິນຊື່ຊໍ້າ. ພໍໆກັບເຂົາເຈົ້າບໍ່ຮູ້ຈັກປະເທດລາວຢູ່ໃສ.ເຖິງຢ່າງໃດກໍຕາມ, ຂ້ອຍດີໃຈທີ່ເປັນຄົນລາວທຳອິດທີ່ຫມູ່ຂອງເຂົາເຈົ້າ.

7. ອາຫານການກິນ

ສຳລັບອາຫານນັ້ນ ທາງຜູ້ໃຫ້ທຶນໄດ້ຊື້ແຜນອາຫານໃຫ້ ເຊິ່ງອັດຕາການກິນນັ້ນແມ່ນມີແບບບໍ່ຈຳກັດ ບໍ່ວ່າຈະເປັນອາຫານເຊົ້າ, ອາຫານສວຍ, ແລະ ອາຫານແລງຄັ້ງພາຍໃນວັນ. ເຊິ່ງທາງໂຮງຮຽນຈະໂຮງອາຫານ ຫລື “market place” ຈຸດໃຫຍ່ຈຸດດຽວ. ນອກຈາກນີ້, ຍັງມີຈຸດສະເພາະຂາຍອາຫານທີ່ມີແບນຕ່າງໆບໍ່ວ່າຈະເປັນ: Subway, Starbuck, Panda express,…..etc

ອາຫານຢູ່ market place

ມີຫລາຍເທື່ອທີ່ຄິດຮອດອາຫານລາວ ແລະ ລອງເຮັດລາວໃຫ້ຫມູ່ຕ່າງປະເທດຊິມ. ບໍ່ວ່າຈະແມ່ນອາຫານຄາວ, ຂອງຫວານຜູ້ຂຽນໄດ້ເຮັດມາບາງສ່ວນ feedback ຈາກຫມູ່ທີ່ໄດ້ລອງກໍ່ມີບາງຄົນມັກບາງຄົນບໍ່ມັກ. ສຳລັບ, ສ່ວນປະສົມທີ່ເອົາມາປຸງແຕງສ່ວນຫລາຍຈະຊື້ຢູ່ຕະຫລາດອາເຊຍ ແລະ ພີ່ນ້ອງຝາກມາໃຫ້. ຖ້າໄປຫາຊື້ຢູ່ Walmart.

ເຂົ້າຜັດ
ວຸ້ນຫມາກພ້າວ
ເຂົ້າຫນຽວຫມາກມ່ວງ

ຂອງຫວານເປັນອີຫຍັງທີ່ຂ້ອຍມັກທີ່ສຸດຢູ່ແລ້ວ ແຕ່ຖ້າເຮົາຊື້ຫລາຍກະບໍ່ໄດ້ ເພາະມັນແພງ ແລະ ຖ້າກິນຢູ່ໂຮງອາຫານຕະຫລອດເປັນໄປໄດ້ຍາກຫລາຍເພາະລົດຊາດຂອງຫວານຢູ່ໂຮງອາຫານນັ້ນຫວານຫລາຍ. ຂ້ອຍກໍລອງເຮັດເອງໂດຍໃຫ້ຫມູ່ຄົນເມກາສອນວິທີຢ່າງເຊັ່ນ: Brownie, Pancake, Smoothie ແບບບໍ່ມີນໍ້າກ້ອນ.

ສຳລັບຮູບຂວາມື້ແມ່ນຮູບອາຫານທີ່ຂ້ອຍຈັດໃຫ້ຕົນເອງເນື່ອງໃນວັນເກີດຄົບຮອບ 22 ປີ (ສະຫລອງຄົນດຽວເພາະຫມູ່ກັບບ້ານຫນົດ ເພາະມັນຖືກ Thanksgiving)

My Birthday Treat

8. Culture

ໃນຫົວຂໍ້ນີ້ແມ່ນຈະມາຕອບເຖິງວິທີທີ່ຂ້ອຍ ຮັບມື ແລະ ຕອບຄຳຖາມຄົນທີ່ຖາມບໍ່ຮູ້ຈັກປະເທດລາວ? Where is Laos?

ຍອມຮັບວ່າຂ້ອຍກໍຄ່ອນຂ້າງບໍພໍໃຈທີ່ຕ້ອງອະທິບາຍວ່າປະເທດລາວຢູ່ໃສ, ປະເທດຢູ່ມຸມໃດຂອງໂລກ ໃຫ້ຫມູ່ບໍ່ວ່າຈະເປັນເມກາ ຫລື ປະເທດອື່ນຟັງ ທັງໆທີ່ເຂົາເຈົ້າຮູ້ວ່າປະເທດປະເທດໄທ ແລະ ປະເທດຫວຽດນາມ.

ສີ່ງທີຂ້ອຍເຮັດແມ່ນຕົງໄປຕົງມາເລີຍແມ່ນພະຍາຍາມໃຫ້ຕົນເອງຢູ່ໃນງານ ຫລື ເປັນສ່ວນຫນຶ່ງໃນງານທີ່ກ່ຽວຂ້ອງຂອງກັບ ງານຜີຍແຜ່ວັດຖະນາທຳໂຮງຮຽນ. ເຮັດແນວໃດລະກະໄດ້ທີ່ສາມາດເຂົ້າເປັນສ່ວນຫນຶ່ງຂອງງານ. ບໍ່ວ່າຈະເປັນງານນ້ອຍງານໃຫຍ່ ຕົວຢ່າງ: International Food Festival, Intercultural Night, International Student club, Asia Culture Club….

Culture Night

ແລະຕ້ອງຍອມຮັບວ່າຄຳຖາມເຫລົ່ານັ້ນເຮັດໃຫ້ຂ້ອຍມີຄວາມຮັກຊາດ ຮັກບ້ານເກີດເມືອງນອນ. ເຮັດໃຫ້ຂ້ອຍກ້າທີ່ຊວນຫມູ່ສະນິດຄົນເມກາ ທີ່ສົນໃຈກ່ຽວກັບວັດຖະນາທຳຂອງອາຊີ ເຂົ້າຮ່ວມການສະແດງຟ້ອນປະສົມປະສານຢູ່ງານຂອງໂຮງຮຽນກໍຄື Inter-culture Night. ເຊິ່ງເປັນການສະແດງປະສົມປະສານເພງລາວ, ອວຍພອນ ເຊິ່ງມີຄວາມຫມາຍອວຍພອນຜູ້ຊົມໃຫ້ມີແຕ່ຄວາມໂຊກດີ ປະສົມປະສານກັບ ເພງ ສາກົນ we are family ເຊິ່ງເປັນເພງຍອດນິຍົມຂອງຄົນເມກາ.

Inter-culture Night

feedback ທີ່ໄດ້ຮັບຈາກງານນີ້ເກີນຄວາມຄາດຫມາຍ ເພາະມີຫລາຍຄົນບອກວ່າປະທັບໃຈ ແລະ ຍ້ອງເຖິງຄວາມພະຍາຍາມຂອງຕົນໃນການເຜີຍແຜ່ວັດຖະນາທຳໃຫ້ຊາວໂລກໄດ້ຮັບຮູ້.

9. ອາສາສະຫມັກ

ນອກຈາກ, ການເຮັດພາລະກິດຖ່າຍຖອດກ່ຽວກັບວັດທະນາທຳລາວ ແລະ ການຮຽນແລ້ວ ຂ້ອຍກໍຫາໂອກາດເຮັດອາສາສະຫມັກ. ທີ່ຈິງທຶນທີ່ຂ້ອຍໄປເພີ່ນຮຽກຮ້ອງມາເລີຍວ່າຕ້ອງເຮັດວຽກເພື່ອສັງຄົມ 20 ຊົ່ວໂມງໃນເທີມທີ 2.

Martin Luther King’s Day

ຍ້ອນກັບໄປ 5 ປີກ່ອນຫນ້ານັ້ນ ຂ້ອຍບໍ່ມີຄວາມຄິດວ່າຈະໄດ້ເປັນນັກຮຽນແລກປ່ຽນ ທີ່ສາມາດໄປຮຽນຢູ່ປະເທດທີ່ເວົ້າພາສາອັງເປັນພາສາແມ່. ແຕ່ຂ້ອຍມີຄວາມຝັນມາຕະຫລອດວ່າຂ້ອຍຕ້ອງໄປຕະຫລາດຫລັກຊັບທີ່ໃຫຍ່ທີ່ສຸດໃນໂລກ. ຄວາມຝັນຂອງນັກຮຽນລາວຄົນທຳມະດາຄົນນີ້ກາຍເປັນຈິງຍ້ອນໂອກາດທີ່ຜູ້ໃຫຍ່ໃຫ້ແລະຄວາມກ້າທີ່ຈະລອງເພື່ອກອດຮັບໂອກາດນັ້ນ.

ສຸດທ້າຍນີ້, ຢາກຝາກໃຫ້ຜູ້ອ່ານທີ່ສົນໃຈຢາກພັດທະນາຕົນເອງ, ພັດທະນາພາສາ, ຢາກເປີດໂລກກວ້າງຫລື ສົນໃຈຢາກເປັນນັກສຶກສາແລກປ່ຽນຢູ່ແລ້ວ ຂໍໃຫ້ລອງສະຫນັກບໍ່ວ່າຈະໄປແລກປ່ຽນຢູ່ໃກ້ ຫລື ໄກ ຢູ່ປະເທດເພື່ອບ້ານ, ປະເທດທີບໍ່ໄດ້ເວົ້າພາສາອັງກິດ, ຫລື ປະເທດທີ່ເວົ້າພາສາອັງກິດ. ເພາະຜູ້ອ່ານຈະໄດ້ປະສົບທີ່ບໍ່ຄາດຄິດ ປະສົບການສະເພາະຜູ້ອ່ານ ແລະ ມັນຈະຕິດຕໍ່ຜູ້ອ່ານໄປຕະຫລອດ. ຄືຄຳທີ່ເພີ່ນວ່າ: “10 months of your exchange student’s life will be with you forever”