The Embracing Year 2024

Nono Thipsavanh
Sep 29, 2024

--

ປີຂອງການເປີດໃຈ

ໂຄເບ, ຢີ່ປຸ່ນ, 29 ກັນຍາ 2024 / Kobe, Japan, 29 September 2024

ເວລາຜ່ານມາໄດ້ເດືອນ 1 ທີ່ຂ້ອຍໄດ້ຮັບໃບປະກາດຈົບການຮຽນພາສາຢີ່ປຸ່ນລະດັບພື້ນຖານເປັນໄລຍະ 240ຊົ່ວໂມງ ບໍນ່າເຊື່ອວ່ານອກຈາກຈະເປີດໃຈຕອບຮັບຮຽນປະລິຍາໂທທີ່ປະເທດທີ່ເຮົາຕອນຍັງນ້ອຍ ແຕ່ຖ້າເລືອກໄດ້ຈະມາແຕ່ທ່ຽວໄດ້ຢ່າງດຽວ ແຕ່ຕອນນີ້ອາໄສມາຢູ່ໄດ້ເຄີ່ງປີ ແລະ ມັກໃນການຮຽນພາສາຢີ່ປຸ່ນເພີ່ມ

ຍ້ອນກັບມາເກືອບ 10ປີກ່ອນ ຜູ້ຂຽນມັກກາຕູນຫນຶ່ງຫລາຍແຮງ ຈົນຕັດສິນໃຈຮຽນພາສາຢີ່ປຸ່ນເພື່ອຄິດວ່ານ່າຈະເບິ່ງເຂົ້າໃຈຫລາຍຂື້ນ ເຊິ່ງຕອນນັ້ນຍອມຮັບວ່າບໍສາມາດບໍລິຫານເວລາໄດ້ ເພາະພາສາອັງກິດກໍ່ຢາກໄດ້ ພາສາຢີ່ປຸ່ນກະຢາກເປັນ ບວກກັບຮຽນປະລິຍາຕີ ຈັນ ຫາ ສຸກ ແນ່ນອນວ່າເຮັດໄດ້ຈຸດຫນຶ່ງ ເຊິ່ງຕອນນັ້ນເຮັດໄດ້ 2 ເທີມແລ້ວກະບໍສາມາດທົນກັບຄວາມເມື່ອຍໄດ້ ລະທໍ້ໄປຮຽນພາສາອັງກິດ

ມາຮອດທ້າຍປີ 2023 ຜູ້ຂຽນຕັດສິນໃຈຮຽນອີກບາດຫນຶ່ງ ເພາະຄິດວ່າຖ້າຮູ້ຢີ່ປຸ່ນແບບສະບາຍ ແລະ ຄິດວ່ານ່າຈະມີໂອກາດຫລາຍໆຢ່າງເຂົ້າມາ ສຸດທ້າຍກະລົງທະບຽນຮຽນແບບອອນລາຍ ແລະ ສຸດທ້າຍກະບໍສາມາດບໍລິຫານເວລາໄດ້ເພາະການເປັນພະນັກເຕັມເວລາຂອງບໍລິສັດເອກະຊົນທີ່ເຮັດວຽກຫນັກນັ້ນທີ່ເຂົ້າການ 9 ໂມງເລີກ 7 ໂມງ ເປັນໄປບໍ່ໄດ້ເລີຍວ່າຈະຮຽນໄດ້ຕາມເວລາ

ຕະຫລອດເວລາທີ່ຜ່ານມາຮູ້ສຶກວ່າໂຕເອງບໍໄດ້ຕັ້ງໃຈເຕັມທີ່ ເທື່ອນີ້ໄດ້ໂອກາດໃຫມ່ທີ່ມີໂອກາດໄດ້ຮຽນນຳອາຈານຄົນຢີ່ປຸ່ນ ແລະ ຫມູ່ໆທີ່ມາຫລາກຫລາຍປະເທດທີ່ເຂົາເຈົ້າຕັ້ງໃຈເຕັມທີ່ທີ່ຈະເອົາພາສາຢີ່ປຸ່ນໃຫ້ໄດ້ ປ່ຽນຜູ້ຂຽນໄປຫລາຍ ແລະ ມັນກະສົ່ງຜົນບວກໃຫ້ການຮຽນພາສາຢີ່ປຸ່ນຄັ້ງນີ້ຫລາຍ ລະຍອມຮັບວ່າເຮັດໃຫ້ຂ້ອຍມັກ ແລະ ຢາກຮຽນພາສາຢີ່ປຸ່ນຫລາຍຂື້ນໄປຕະຫລອດ. ຢາກຮຽນ, ຢາກຖາມ, ແລະ ຢາກໃຊ້ເທົ່າຈະເປັນໄປໄດ້

ອາຈານ ແລະ ຫມູ່ໃນຫ້ອງ / My sensei and classmates
ມື້ເສັງ / Final exam day
ຮິວິວບົດຮຽນ ອອນລາຍນຳຫມູ່ຮ່ວມຫ້ອງ our online lessons review for final exam

ຍັງມີເວລາ 2 ປີເຕັມໆທີ່ຈະໄດ້ຮຽນພາສາຢີ່ປຸ່ນແບບຢູ່ປະເທດທີ່ໃຊ້ພາສາຢີ່ປຸ່ນທຸກມື້ ຫວັງວ່າຈະເຮັດໃຫ້ຜູ້ຂຽນສາມາດເຂົ້າໃຈຫນັງກາຕູນທີ່ມັກສະໄຫມຍັງນ້ອຍໄດ້ຕາມທີ່ຕັ້ງໃຈ 10ປີກ່ອນ ຍັງວ່າ 10ປີກໍ່ຍັງບໍຊ້າເກີນໄປເນາະ

--

--

Nono Thipsavanh
Nono Thipsavanh

No responses yet