ປ່ຽນຈາກເຈັບທ້ອງປະຈຳເດືອນແບບປານຕາຍ ໃຫ້ດີຂື້ນເປັນລຳດັບ ດ້ວຍການແລ່ນ!!
ມີໃຜເປັນບໍ? ຖ້າຫາກເດືອນໃດມີວຽກສຳຄັນ ຫລື ມີແຜນໄປທ່ຽວ ຈະນັບມື້ນັບວັນວ່າມັນຈະກົງກັບຮອບເດືອນຂອງຕົນຫລືບໍ ເພາະຢ້ານການເຮັດວຽກບໍ່ຜ່ານໄປດ້ວຍດີ ຫລື ການໄປທ່ຽວຄັ້ງນັ້ນບໍ່ມ່ວນ.
ຮອບເດືອນ ຫລື ພາສາບ້ານໆແມ່ນ ການເປັນປະຈຳເດືອນ ເຊິ່ງຈະເປັນສະເພາະທ່ານຍິງ ໃນຊ່ວງອາຍຸ 11 ປີ ຫາ 50 ປີ. ການເປັນປະຈຳເດືອນແມ່ນຈະເປັນຢ່າງສະຫນໍ່າສະເຫມີ ໂດຍປົກະຕິຈະຫ່າງກັນທຸກ 28 ວັນ ແຕ່ບາງຄົນກໍ່ມາໄວກວ່າ ຫລື ຊ້າກວ່າ.
ອາການເຈັບທ້ອງປະຈຳເດືອນມີຊື່ທາງການແພດວ່າ: Dysmenorrhea ເປັນກຸ່ມອາການປວດ ໄດ້ແກ່: ປວດແບບເຄັ່ງທ້ອງ ຫລື ປວດບີບບໍລິເວນທ້ອງນ້ອຍ, ບໍລິເວນຫລັງ, ກົ້ນ, ຫລື ກົກຂາ. ອາການຫນັກໆແນ່ຈະມີຄວາມຮູ້ສຶກບໍ່ສະບາຍຕົວ, ບໍ່ສະບາຍໃຈ, ບາງຄົນມີອາການອື່ນໆ ລວມດ້ວຍກັນ ເຊັ່ນ: ເປັນວິນ, ປວດຮາກ, ແລະ ຖອກທ້ອງ. (ປວດທ້ອງປະຈຳເດືອນ (Menstrual Cramps, 2019)
ເຊິ່ງໄລຍະ 12 ປີທີ່ຜ່ານມາ ຜູ້ຂຽນເຈັບທ້ອງຫນັກຂື້ນເລື່ອຍໆ. ສ່ວນຕົວໄດ້ລອງກິນຢາທັງຕ່າງປະເທດ ຫລື ພື້ນເມືອງ ກໍຍັງບໍ່ຊ່ວຍບັນເທົາລົງເລີຍ. ທຸກໆເດືອນແມ່ນຕ້ອງໄດ້ກຽມຢາແກ້ປວດ, ແກ້ປັ່ນ, ແນວຕິດທ້ອງ (Therma Plast), ແລະ ຖົງນໍ້າອຸ່ນໄວ້ເພື່ອຊ່ວຍໃຫ້ນອນຫລັບໄດ້.
ບາງເດືອນແມ່ນບໍ່ສາມາດໃຊ້ຊິວິດປົກະຕິໄດ້ ເພາະມັນທໍ່ລະມານ ຈະຍົກຕົວຢ່າງໃຫ້ເຫັນພາບຄື: ລົດຕົກຄຸມຍັງປວດໄປຫນົດ, ຍ່າງ, ຫລື ເຂົ້າຫ້ອງນໍ້າແມ່ນບໍ່ໃຫ້ເວົ້າຫາ. ຖ້າເດືອນໃດຖືກວັນເສົາວັນທິຈະເປັນເດືອນທີ່ບໍ່ໄດ້ຂາດວຽກ ເພາະຈະໄດ້ນອນພັກເຕັມທີ່. ຖ້າຖືກມື້ເຂົ້າວຽກ ແມ່ນຕ້ອງໄດ້ຄອບ ເຊິ່ງຄົນໃນບ້ານຂອງຜູ້ຂຽນຈົນເວົ້າວ່າ: “ເດືອນຫນຶ່ງຕ້ອງໄດ້ຂາດວຽກຍ້ອນເຈັບທ້ອງປະຈໍາເດືອນ”
ແນ່ນອນວ່າຜູ້ຂຽນບໍ່ໄດ້ນິ່ງນອນໃຈ ໄດ້ໄປຫາຫມໍກວດເບິ່ງສາເຫດແລະໄດ້ຄໍາຕອບວ່າເປັນຄົນທີ່ເລືອດຈາງ.
ຕ້ອງໄດ້ຂອບໃຈກັບ ຊ່ວງ 3 ຫາ 4 ເດືອນທີ່ຜ່ານມາທີ່ຜູ້ຂຽນມີແນວກັງວົນໃນເລື່ອງວຽກ ແລະ ຢາກໃຫ້ຕົນເອງເປັນຄົນທີ່ມີຊິວິດທີ່ປະສິດທິພາບ. ເລີຍລອງຫາວິທີຜ່ອນຄາຍດ້ວຍການໄປເຕັ້ນ Zumba ແລະ ຍ່າງເບົາໆເປັນບາງຄາວ ແຕ່ກໍ່ບໍ່ເຫັນການປ່ຽນແປງ. ຈົນປ່ຽນມາແລ່ນແບບຈິງຈັງ ເຊິ່ງໄດ້ແຮງບັນດານໃຈຈາກການຟັງ podcast ແລະບວກກັບ ອ່ານປື້ມ ສິ່ງທີ່ສຳຄັນຂອງຊິວິດ ທີ່ຊ່ວຍໃຫ້ແລ່ນໄດ້ຕໍ່ເນື່ອງ 23 ວັນ ຖ້າຄິດໄລ່ເປັນເດືອນແມ່ນ ເກືອບ 2 ເດືອນ.
ຍອມຮັບວ່າເຈັບທ້ອງປະຈຳເດືອນຍັງເຈັບຢູ່ໃນມື້ທຳອິດ ແຕ່ຫລັງຈາກນັ້ນແມ່ນບໍ່ມີອາການ ສາມາດໃຊ້ຊິວິດປົກະຕິ. ອາການເຈັບຄ່ອຍໆບັນເທົາລົງ ຈາກທີ່ທໍ່ລະມານຕອນເຂົ້າຫ້ອງນໍ້າ, ຍ່າງ ຫລື ແລ່ນ ແມ່ນໄຄຂື້ນຫລາຍ. ທີ່ສຳຄັນ, ສະພາບຈິດໃຈແມ່ນຂື້ນຫລາຍ ບໍ່ມີອາການຫງຸດຫງິດງ່າຍທີ່ເຄີຍເປັນ.
ການແລ່ນປ່ຽນຊິວິດຜູ້ຂຽນເປັນໄລຍະໆ ເຊິ່ງນອກເຫນືອນຈາກຊ່ວຍເບົາເທົາອາການເຈັບທ້ອງປະຈຳເດືອນແລ້ວ ຍັງຊ່ວຍໃຫ້ໃຊ້ຊິວິດດີຂື້ນເຊັ່ນ: ເຮັດໃຫ້ມີຄວາມອົດທົນທີ່ຈະບໍ່ຍອມແພ້ຫລາຍຂື້ນ. ຜູ້ຂຽນໃຫ້ຄຳຫມັ້ນສັນຍາກັບຕົນເອງວ່າຈະອອກມາແລ່ນໃຫ້ໄດ້ທຸກໆມື້ ຫລື ຢ່າງຂີ້ລາຍແມ່ນ 3 ມື້ຕໍ່ອາທິດ. ນອກນັ້ນ, ຍັງມີຄວາມຫວັງເລັກນ້ອຍວ່າຈະລົງແລ່ນມາລາທອນ 10 ກິໂລ ໃນທ້າຍປີນີ້ 2 ລາຍການ. (ອາດຈະເບິ່ງຄືນ້ອຍກິໂລແຕ່ຈະເພີ່ມຄວາມກົດດັນໄປວ່າແລ່ນແບບບໍ່ຢຸດ 10 ກິໂລນັ້ນ!!).
ເຖິງວ່າຈະມີຂໍ້ດີຫລາຍຢ່າງໃນການແລ່ນ ຫລື ອອກກຳລັງການ ແຕ່ກໍ່ຄຽງຄູ່ກັບຂໍ້ເສຍ ໃນເວລາທີ່ເປັນຮອບເດືອນແມ່ນບໍ່ຄວນອອກກຳລັງກາຍຫນັກ ຜູ້ຂຽນໄດ້ເຈີກັບໂຕເອງ ຄືຫລັງຈາກສິ້ນສຸດວັນນັ້ນຂອງເດືອນ. ດ້ວຍຄວາມດຸຫມັ່ນ, ຜູ້ຂຽນກໍ່ອອກໄປແລ່ນ ປະສົມກັບຍ່າງປະມານ 7 ກິໂລ ພາຍຫລັງທີ່ຍ່າງແລ້ວ ກໍ່ເມື່ອຍຊຸດລົງເລີຍ ຄືກັບຄວາມດັນມາລົງແບບກະທັນຫັນ ຫລັງຈາກມື້ນັ້ນແມ່ນບໍ່ສາມາດໄປເຮັດວຽກໄດ້. ສິ່ງທີ່ໄດ້ຮຽນຮູ້ໃນຈຸດນີ້ແມ່ນໃນຊ່ວງເປັນວັນນັ້ນຂອງເດືອນ ຫ້າມເອົາໂຕເອງໄປແລ່ນເດັດຂາດ.
ຫົວຂໍ້ຂອງ blog ອາດຈະເຫມາະກັບນັກອ່ານທ່ານຍິງ ແຕ່ທີ່ຈິງແມ່ນເຫມາະທ່ານຊາຍທີ່ມີແຟນທີ່ມີບັນຫາຈາກການເຈັບທ້ອງໃນຮອບເດືອນຢ່າງຫນັກ ກໍ່ສາມາດອ່ານເພື່ອທຳຄວາມເຂົ້າໃຈ ແລະ ຊ່ວຍໃຫ້ຄົນທີ່ທ່ານຮັກ ທີ່ມີອາການດັ່ງກ່າວບໍ່ທໍ່ລະມານອີກຕໍ່ໄປ.
ສະນັ້ນຂໍຝາກເຖິງນັກອ່ານທ່ານຊາຍ, ແທນທີ່ຈະເປັນບ່ອນລະບາຍອາລົມຕອນແຟນທ່ານມີຮອບເດືອນ ຊວນແຟນຂອງທ່ານອອກມາແລ່ນ ອາທິດຫນຶ່ງ ສາມຄັ້ງ ຫລື ທຸກມື້ ຈະຊ່ວຍໃຫ້ແຟນຂອງເຈົ້າມີສຸຂະພາບຈິດທີ່ດີ ແລະ ສຸຂະພາບກາຍທີ່ດີນຳອີກ.
ສຳລັບທ່ານຍິງ, ສຸຂະພາບເປັນຂອງເຈົ້າ ການເຈັບທ້ອງຮອບເດືອນຢ່າງຫນັກສົ່ງຜົນຫລາຍຢ່າງໃນການໃຊ້ທີ່ຊິວິດປົກະຕິ, ໃນບາງຄັ້ງກໍໃຫ້ເກີດບັນຫາຂອງຄົນອື່ນທີ່ຕ້ອງເບິ່ງແຍງທ່ານ ເຊັ່ນ: ພໍ່ແມ່, ເອື້ອຍນ້ອງ, ຄົນທີ່ທ່ານຮັກ, ແລະ ຄົນອ້ອມຂ້າງເຈົ້າ. ໃນໄລຍະຍາວມັນອາດຈະສົ່ງຜົນຮ້່າຍໃນໂຕຂອງທ່ານ ເຊັ່ນ: ເປັນມະເຮັງຮັງໄຂ່ ຫລື ທີ່ຄົນສ່ວນຫລາຍມັກເປັນແມ່ນ Chocolate Cheese. ສະນັ້ນ, ຫາເວລາຫັດກາຍ, ຍ່າງ ຫລື ແລ່ນ ສະຫມໍ່າສະເຫນີປະມານ 30 ນາທີ ອາການເຈັບທ້ອງທີ່ຕິດຕໍ່ທ່ານດ້ວຍເຫດຜົນໃດກໍ່ຕາມ ຈະຄ່ອຍໆບັນເທົາລົງໄດ້.